ທ່ານນາຍົກລັດຖະມົນຕີ ນິວຊີແລນ John Key
(ພາບ: Reuters)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ໋ນຢຸງ, ທ່ານນາຍົກລັດຖະມົນຕີ ນິວຊີແລນ John Key ຈະຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 14 – 17/11/2015. ການຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ John Key ເພື່ອແນໃສ່ແລກປ່ຽນບັນດາມາດຕະການຍູ້ແຮງການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ນິວຊີແລນ, ພິເສດແມ່ນໃນບັນດາຂົງເຂດຄື: ການຄ້າ, ການລົງທຶນ, ກະສິກຳ, ເຊື່ອມຕໍ່ທາງການບິນໃນສະພາວະທີ່ມີຫລາຍສັນຍາການຄ້າໃຫຍ່ສິ້ນສຸດການເຈລະຈາ ແລະ ປະຊາຄົມ ອາຊຽນ ໃກ້ຈະໄດ້ຮັບການສ້າງຕັ້ງ. ພ້ອມກັນນັ້ນ ທັງ 2 ຝ່າຍກໍແລກປ່ຽນກ່ຽວກັບເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສ ແລະ ອົງການຈັດຕັ້ງສາກົນ.
ນິວຊີແລນ ແມ່ນູຄ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 31 ຂອງ ຫວຽດນາມ ແລະ ຫວຽດນາມ ເປັນຄູ່ຮ່ວມມືໃຫຍ່ອັນດັບ 20 ຂອງ ນິວຊີແລນ. ຄາດຄະເນວ່າ ຮອດທ້າຍເດືອນ 9 /2015, ວົງເງິນການຄ້າ 2 ສົ້ນບັນລຸໄດ້ 549 ລ້ານ USD. ປະຈຸບັນປະຊາຄົມຊາວ ຫວຽດນາມ ອາໄສຢູ່ ນິວຊີແລນ ມີປະມານ 5.000 ຄົນ. ຊາວ ຫວຽດນາມ ອາໄສຢູ່ ນິວຊີແລນ ສ່ວນຫລາຍ ມີຊີວິດການເປັນຢູ່ເປັນປົກກະຕິ ແລະ ມີນ້ຳໃຈອວາຍຫາກົກເຄົ້າເຫງົ້າກໍ