ນາຍົກລັດຖະມົນຕີຫງວຽນຊວນຟຸກຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ

ນາຍົກລັດຖະມົນຕີຫງວຽນຊວນຟຸກຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ - ảnh 1
(ທ່ານ​ຫງວຽນ​ຊວນ​ຟຸກ ​ແລະ ການ​ນຳ​ແຂວງ ກວາງ​ຈີ້ ​ໄດ້​ຖະຫວາຍ​
ທູບ​ທຽນ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 17/04, ຢູ່​ແຂວງ ກວາງ​ຈີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ການ​ນຳ​ແຂວງ ກວາງ​ຈີ້ ​ໄດ້​ຖະຫວາຍ​ທູບ​ທຽນ, ອາ​ໄລ​ຫາ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່ ສຸສານ​ນັກຮົບ​​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແຫ່ງ​ຊາດ ​ເຈື່ອງ​ເຊີນ. ນະທີ່​ນີ້, ທ່ານ​ນາ​ຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ສະ​ແດງ​ຄວາມ​​​ນັບຖື ​ແລະ ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ ​ເພື່ອ​ພາລະກິດຕໍ່ສູ້​ປົດ​ປ່ອຍຊາດ ​ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​​ໄດ້ໄປ​ຖະຫວາຍ​ທູບ​ທຽນ, ດອກ​ໄມ້​ຢູ່​ສຸສານນັກຮົບທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ທາງ​ເລກ 9 ​ແລະ ປູຊະນີຍະ​ຖານກຳ​ແພງ​​ເກົ່າ ຫວາງ​ຈີ້ ​ແລະ ປ່ອບດອກ​ໄມ້​ອາ​ໄລ​ຫາ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ ​ເພື່ອ​ເອກ​ກະລາດ​ເສລີ​ພາບຂອງ​ປະ​ເທດ​ຊາດຢູ່​ວິຫານອາ​ໄລ​ຫາທີ່​ຝັ່ງພາກ​ເໜືອ​ແມ່​ນ້ຳ ​ແທ້ກຫານ.

ຂ່າວ/ບົດ​ອື່ນ