ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບນາຍົກລັດຖະມົນຕີລາວ

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບນາຍົກລັດຖະມົນຕີລາວ - ảnh 1
(ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟ​ຸກ​
ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ)

(vovworld) - ​​ ​ທີ່​ການ​ພົບ​ປະ​ກັນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ອາ​ຊີ - ເອີ​ລົບ (ASEM) ຄັ້ງ​ທີ 11 ຢູ່ Ulan Bator, ປະ​ເທດ​ມົງ​ໂກນ, ໃນ​ວັນ​ທີ 14/07, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ, ຫວຽດ​ນາມ ຈ​ະ​ພ້ອມ​ກັບ​ລາວ ສົ​ມ​ທ​ົບ​ກັນ​ກວດ​ກາ​ລະ​ອຽດ, ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຂອງ​ບັນ​ດາ​ໂຄງກ​ານ​ໂດຍວິ​ສາ​ຫະ​ກິດ​ຫວຽດ​ນາມ ລົງ​ທຶນ​ຢູ່​ລາວ ເພື່ອ​ໃຫ່​ບັນ​ດາ​ໂຄງ​ການນີ້​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຖືກ​ກັບ​​ກຳ​ນົ​ດ​ເວ​ລາ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທ​ະ​ນາ​ຂອງ​ລ​າວ. ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ລາວ ໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນ ປີ 2016, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸ​ກ ປາດ​ຖະ​ໜາ​ວ່າ, 2 ປະ​ເທດ​ຈະ​ສົມ​ທົບ​ກັນ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ຢ່າງ​ແໜ້​ນ​ແຟ​້ນກວ່າອີກເພື່ອ​ແນ​ໃສ່​ຮັກ​ສາ, ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ອາ​ຊຽນ, ຮັບ​ປະ​ກັນ​ໃຫ້​ອາ​ຊຽນ​ສະ​ແດງ​ຫຼັກ​ໝັ້ນ​ເປັນ​ເອ​ກະ​ພາບກ່ຽວກ​ັບບັນ​ດາ​ບັນ​ຫາ​ພາກ​ພື້​ນ, ເປັນ​ຕົ້ນ​ແມ່ນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີຢືນ​ຢັນ​ວ່າ, ​ທີ່ບັນ​ດາ​ກອງ​ປະ​ຊຸມ​ສຳ​ຄັນ​ຈະ​ມາ​ເຖິງ​ຂອງ​ອາ​ຊຽນ, ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ລາວ ແລະ ບັນ​ດາ​ປະ​ເທດ​ເພື່ອ​ໃຫ້​ບັນ​ດາ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ດີ​ງາ​ມ, ປະ​ກອບ​ສ່ວນ​​ເສີມ​ຂະ​ຫຍາຍ​ອິດ​ທິ​ຜົນ​ຊື່​ສຽ​ງ​ຂອງ​ລາວ ແລະ ຄວາມ​ສາ​ມັກ​ຄີ, ເຫັນ​ດີິ​ເຫັນ​ພ້ອມ​ຂອງ​ອາ​ຊຽນ.

        ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ຢືນ​ຢັນ​ວ່າ, ລັດ​ຖະ​ບານ​ລາວ ຈ​ະ​ສົມ​ທົບ​ກັບ​ລັດ​ຖະ​ບານ​ຫວຽດ​ນາມ ຢ່າງ​ແໜ້ນ​ແ​ຟ້ນ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຂອງວິ​ສາ​ຫ​ະ​ກິດ​ຫວຽດ​ນາມ ທີ່​ລົງ​ທຶນ​ຢູ່​ລາວ ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຖືກ​ຕາມ​ກຳ​ນົດ​ເວ​ລາ.

ຂ່າວ/ບົດ​ອື່ນ