ນາຍົກລັດຖະມົນຕີຫງວຽນຊວນຟຸກວດກາວຽກງານກຽມພ້ອມສູ້ຮົບຢູ່ກອງບັນຊາການຕຳຫຼວດເຄື່ອນທີ່

ນາຍົກລັດຖະມົນຕີຫງວຽນຊວນຟຸກວດກາວຽກງານກຽມພ້ອມສູ້ຮົບຢູ່ກອງບັນຊາການຕຳຫຼວດເຄື່ອນທີ່ - ảnh 1
ນາຍົກລັດຖະມົນຕີຫງວຽນຊວນຟຸກວດກາວຽກງານກຽມພ້ອມສູ້ຮົບຢູ່ກອງບັນຊາການຕຳຫຼວດເຄື່ອນທີ່

(vovworld) - ​​​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ລະ​ກາ 2017, ຕອນ​ບ່າຍ​ວັນ​ທີ 24/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ລົງ​ຢ້ຽມ​ຢາມ ແລ​ະ ກວດ​ກາ​ວຽກ​ງານ​ກຽມ​ພ້ອມ​ສູ້​ຮົບ​ທີ່ກອງ​ບັນ​ຊາ​ການ​ຕຳຫຼວດ​ເຄື່ອນ​ທີ່. ເນັ້ນ​ໜັກ​ເຖິງ​ສະ​ພາບ​ການ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ, ພິ​ເສດ​ແມ່ນ​ການ​ຜັນ​ແປ​ທີ່​ສັບ​ສົນ, ຍາກ​ທີ່​ຄາ​ດ​ຄະ​ເນ​ລ່ວງ​ໜ້າ​ໄດ້​ຂອງ​ອາດ​ຊະ​ຍາ​ກອນ​ໃນ​ປີ 2017, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖ​ື​ວ່າ: ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ສົ່ງ​ຜົນ​ສະ​ທ້ອນ​ໂດຍ​ກົງ​ເຖິງວຽກ​ງານ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ແລະ ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ​້​ຊີ້​ແຈ້ງ​ສະ​ພາບ​ການ​ໄດ້​ວາງ​ອອກ​ໃຫ້​ແກ່​ກຳ​ລັງ​ຕ​ຳຫຼວດ​ປະ​ຊາ​ຊົນ​ເວົ້າ​ລວມ, ກຳ​ລັງ​ຕຳຫຼວດ​ເຄື່ອນ​ທີ່​ເວົ້າ​ສະ​ເພາະ​ໃນ​ປີ 2017 ແລະ ຊຸມ​ປີ​ຕໍ່​ໄປ​ແມ່ນ​ໜັກ​ໜ່ວງ​ທີ່​ສຸດ. ຄວາມ​ຮັບ​ຜິດ​ຊອບ​ຂອງ​ກຳ​ລັງ​ຕຳຫຼວດ ປະ​ຊາ​ຊົນ ແລະ ກຳ​ລັງ​ຕຳຫຼວ​ດ​ເຄື່ອນ​ທີ່​ແມ່ນ​ຕ້ອງ​​ເຮັດ​ໃຫ້ກົນ​ອຸ​ບາຍ, ການ​ເຄື່ອນ​ໄຫວມ້າງ​​ເພທຳ​ລາຍ​ຂອງ​ບັນ​ດາ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ ແລະ ພວກ​ອາ​ດຊະ​ຍາ​ກອນ​ປະ​ລາ​ໄຊ, ຍູ້​ໃຫ້​ຖ​ອ​ຍ​ໄປ, ລົບ​ລ້າງ​ບັນ​ດາ​ປັດ​ໄຈ​​ທຳ​ລາຍ​ສະ​ຖຽນ​ລະ​ພາບ ຄວາມ​ເປັນ​ລະ​ບຽບ​ຮຽ​ບ​ຮ້ອຍ​ທາງ​ສັງ​ຄົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຊື່ອ​ໝັ້ນ​ວ່າ ດ້ວຍ​ມູນ​ເຊື້ອ​ແຫ່ງ​ການ​ຕໍ່​ສູ້, ສ້າງ​ສາ ແລະ ເຕີບ​ໃຫຍ່​ຂອງ​​ກົມ​ກອງ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ ປະ​ຊາ​ຊົນ, ກຳ​ລັງ​ຕຳຫຼວດ​ເຄື່ອ​ນ​ທີ່​ຈະ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ, ຍາດ​​ໄດ້​ບັນ​ດາ​ຜົນ​ງານ​ໃໝ່​ໃນ​ປີ 2017, ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ປະ​ເທດ ຫວຽດ​ນາມ ສັງ​ຄົມ​ນິ​ຍົມ​ໃຫ້​ໝັ້ນ​ຄົງ, ໜັກ​ແໜ້ນ.


ຂ່າວ/ບົດ​ອື່ນ