ນາຍົກລັດຖະມົນຕີຫງວຽນຊວນຟຸກ:ສູ້ຊົນຫລຸດຜ່ອນອັດຕາດອກເບ້ຍແລະລາຍຈ່າຍກູ້ຢືມທຶນໃຫ້ແກ່ວິສາຫະກິດ

ນາຍົກລັດຖະມົນຕີຫງວຽນຊວນຟຸກ:ສູ້ຊົນຫລຸດຜ່ອນອັດຕາດອກເບ້ຍແລະລາຍຈ່າຍກູ້ຢືມທຶນໃຫ້ແກ່ວິສາຫະກິດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld)- ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ຫລຸບ​ປີ 2016, ຜັນ​ຂະ​ຫຍາຍ​ຫນ້າ​ທີ່​ປີ 2017 ຂອງ​ທະ​ນາ​ຄານ​ແຫ່​ງ​ລັດ ໃນ​ວັນ​ທີ 5/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ ຂະ​ແຫນງ​ທະ​ນາ​ຄານ​ເອົາ​ໃຈ​ໃສ່​ບັນ​ດາ​ຂະ​ແຫນງ​ການ, ຂົງ​ເຂດ, ປະ​ກອບ​ສ່ວນ​ໃຫ​້​ແກ່​ການ​ເຕີບ​ໂຕ, ຮັບ​ໃຊ້​ການ​ສົ່ງ​ອອກ, ແກ້​ໄຂວຽກ​ເຮັດ​ງານ​ທຳ, ເປັນ​ຕົ້ນ​ແມ່ນ​ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ໄດ້​ປະ​ກາດ​ແລ້ວ​ ນັ້ນ​ແມ່ນ ພັດ​ທະ​ນາ​ກະ​ສິ​ກຳໃຫ້​ມ​ີ​ຄຸນ​ນະ​ພາບ​ສູງ, ວິ​ສາ​ຫະ​ກິ​ດ​ຂະ​ຫນາດ​ກາງ ແລະ ນ້ອຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ​: ທະ​ນາ​ຄານ​ແຫ່ງ​ລັດ ຕ້ອງ​ນຳ​ຫນ້າ​ປະ​ຕິ​ບັດ​ຄາດ​ໝາຍ​ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃນ​ປີ 2017  ເປັນ​ປົກ​ກະ​ຕິ, ຄວບ​ຄຸ​ມ​ໄພ​ເງິນ​ເຟີ້​ເປັນ​ຢ່າງ​ດີ, ຮັກ​ສາ​ຕະ​ຫລາດ​ເງິນ​ຕາ, ຄຳເປັນ​ປົກ​ກະ​ຕິ ແລະ ເພີ່ມ​ການ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ, ຮັກ​ສາ​ຄ່າ​ເງິນ​ດົງ​ເປັນ​ປົກ​ກະ​ຕິ. 


ຕອບກັບ

ຂ່າວ/ບົດ​ອື່ນ