ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມບັນດາວາລະປະຊຸມຂອງກອງປະຊຸມສຸດຍອດ G20

(VOVWORLD) -ວັນທີ 29 ມິຖຸນາ, ຢູ່ Osaka, ປະເທດຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສືບຕໍ່ເຂົ້າຮ່ວມບັນດາວາລະປະຊຸມ ແລະ ການເຄື່ອນໄຫວສຳຄັນຂອງກອງປະຊຸມສຸດຍອດ G20.

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມບັນດາວາລະປະຊຸມຂອງກອງປະຊຸມສຸດຍອດ G20 - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມບັນດາວາລະປະຊຸມຂອງກອງປະຊຸມສຸດຍອດ G20

(ພາບ: TTXVN)

ວາລະປະຊຸມຄັ້ງທີ 3 ຂອງກອງປະຊຸມຊຸດຍອດ G20 ກ່ຽວກັບການພັດທະນາແບບຍືນຍົງ; ວາລະປະຊຸມຄັ້ງທີ 4 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ ແລະ ພະລັງງານ ແລະ ເຫດການຢູ່ນອກກອງປະຊຸມກ່ຽວກັບການເພີ່ມທະວີບົດບາດຂອງແມ່ຍິງ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາປະເທດຊຸກຍູ້ການສ້າງຕັ້ງເຄືອຂ່າຍທົ່ວໂລກ ກ່ຽວກັບການແປ່ງປັນຂໍ້ມູນຂ່າວສານກ່ຽວກັບທະເລ - ມະຫາສະມຸດ ແລະ ກ້າວໄປເຖິງຂອບເຂດທົ່ວໂລກກ່ຽວກັບການສະກັດກັ້ນຂີ້ເຫຍື້ອສິ່ງເສດເຫຼືອປະເພດຢາງປລາດສະຕິກຢູ່ທະເລເພື່ອບັນດາມະຫາສະມຸດຂຽວງາມ.

        ກ່າວຄຳເຫັນທີ່ວາລະປະຊຸມກ່ຽວກັບດິນຟ້າອາກາດ - ສິ່ງແວດລ້ອມ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຫວຽດນາມ ປະຕິບັດຄຳໝັ້ນສັນຍາໃນຂໍ້ຕົກລົງປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢ່າງເຂັ້ມງວດ; ສະເໜີໃຫ້ບັນດາປະເທດ ແລະ ປະຊາຄົມສາກົນເພີ່ມທະວີການໜູນຊ່ວຍທີ່ຈຳເປັນຢ່າງແທດຈິງໃຫ້ແກ່ບັນດາປະເທດມີຄວາມສ່ຽງສູງກວ່າເພີ່ນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນມີເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ຂີ້ເຫຍື້ອສິ່ງເສດເຫຼືອປະເພດຢາງປລາດສະຕິກຢູ່ທະເລໄດ້ເຮັດໃຫ້ລະບົບຊີວະພາບທະເລຖືກຊຸດໂຊມ, ແມ່ນບັນຫາຮີບດ່ວນຂອງທົ່ວໂລກ; ສະເໜີໃຫ້ບັນດາປະເທດຮ່ວມແຮງຮ່ວມໃຈສ້າງບັນດາລະບອບລະບຽບການ, ຂໍ້ກຳນົດກ່ຽວກັບທະເລ ແລະ ມະຫາສະມຸດ ເພື່ອແນໃສ່ຄວບຄຸມ, ຫຼຸດຜ່ອນ ແລະ ສະກັດກັ້ນຂີ້ເຫຍື້ອສິ່ງເສດເຫຼືອປະເພດຢາງປລາດສະຕິກຢູ່ທະເລ.

        ທີ່ວາລະປຶກສາຫາລືກ່ຽວກັບການພັດທະນາແບບຍືນຍົງ, ບັນດາການນຳໄດ້ຢືນຢັນການເພີ່ມທະວີຮ່ວມມືປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ; ໜູນຊ່ວຍບັນດາປະເທດພວມພັດທະນາປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ຖືກກັບກຳນົດເວລາ…

        ທີ່ວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບແມ່ຍິງ, ບັນດາການນຳໄດ້ເນັ້ນໜັກເຖິງຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ສວມບົດບາດສຳຄັນເພື່ອມຸ່ງໄປເຖິງການເຕີບໂຕແບບຍືນຍົງ ແລະ ກວມລວມ.

        ສິ້ນສຸດການປຶກສາຫາລືເປັນເວລາ 2 ວັນ, ກອງປະຊຸມສຸດຍອດ G20 ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງບັນດາການນຳ G20, ໃນນັ້ນຢືນຢັນສືບຕໍ່ຮ່ວມມື, ສົມທົບກັນໃນບັນດາບັນຫາເສດຖະກິດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ