ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງດັກລັກ

(VOVWORLD) -ໃນການໄປປະຕິບັດງານຢູ່ເຂດໄຕງວຽນ, ຕອນບ່າຍວັນທີ 08 ທັນວາ, ຢູ່ນະຄອນ ບວນມາທວັດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງແຂວງດັກລັກ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ການນຳບັນດາກະຊວງ, ຂະແໜງການປະກອບຄຳເຫັນ, ຊ່ວຍໃຫ້ແຂວງດັກລັກ ແກ້ໄຂສິ່ງຕິດຂັດເພື່ອພັດທະນາກວ່າ ໃນປີ 2019 ແລະ ຊຸມປີຕໍ່ໄປ.  ທ່ານນາຍົກລັດຖະມົນຕີ ກໍ່ຖືວ່າ, ແຂວງ ດັກລັກ ຄວນມີມາດຕະການແກ້ໄຂເພື່ອຫັນປ່ຽນໂຄງປະກອບເສດຖະກິດຢ່າງແຮງ, ນັ້ນແມ່ນຫັນປ່ຽນໄປສູ່ການບໍລິການທ່ອງທ່ຽວຢ່າງແຂງແຮງກວ່າ ໂດຍອີງໃສ່ທ່າແຮງການທ່ອງທ່ຽວທາງທຳມະຊາດ, ວັດທະນຳທີ່ເປັນເອກະລັກສະເພາະຂອງແຂວງ…

ຕອບກັບ

ຂ່າວ/ບົດ​ອື່ນ