ນາຍົກລັດຖະມົນຕີຫງວຽນເຕີນຢູງ ອອກຄຳສັ່ງເລີ່ມລົງມືກໍ່ສ້າງໂຄງການຂ້າມທະເລໃຫຍ່ກວ່າໝູ່ຢູ່ຫວຽດນາມ

ນາຍົກລັດຖະມົນຕີຫງວຽນເຕີນຢູງ ອອກຄຳສັ່ງເລີ່ມລົງມືກໍ່ສ້າງໂຄງການຂ້າມທະເລໃຫຍ່ກວ່າໝູ່ຢູ່ຫວຽດນາມ - ảnh 1
ທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງກ່າວຄຳເຫັນນະພິທີ


(vovworld)- ຕອນ​ເຊົ້າ​ວັນ​ທີ 15/2 ຢູ່ ​ເມືອງ ຫາຍ​ອານ,​ນະ​ຄອນ ຫາຍ​ຟ່ອງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ອອກ​ຄຳ​ສັ່ງ​​ເລີ່​ມລົງມືກໍ່ສ້າງ​ເສັ້ນທາງ​ລົດ​ໂອ​ໂຕ​ເຕີນ​ຫວູ-​ແລກ​ຫ້ວຽນ, ​ໃນ​ນັ້ນ ມີ​ຂົວ​ຂ້າມ​ທະ​ເລ​ມີ​ຄວາມ​ຍາວ​ກວ່າ 5,4 ກິ​ໂລ​ແມັດ.​ນີ້​ແມ່ນ​ຂົວ​ຂ້າມ​ທະ​ເລ​ຍາວ​ກວ່າ​ໝູ່​ຢູ່​ຫວຽດນາມ ​ແລະ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຂົວ​ຂ້າມ​ທະ​ເລ​ໃຫຍ່​ກວ່າ​ໝູ່​ຢູ່ ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້​ປະຈຸ​ບັນ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:  ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໂອ​ໂຕ​ເຕີນ​ຫວູ-​ແລກ​ຫ້ວຽນ ມີ​ຍອດ​ເງິນ​ລົງທຶນ​​ເປັນ​ຈຳນວນ​ຫລາຍ,​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ຄວາມ​ຍາວ​ຂ້າມ​ທະ​ເລ​ໃຫຍ່​ກວ່າ​ໝູ່​ໃນປະຈຸ​ບັນ. ນີ້​ກ​ໍ​ແມ່ນ​ໂຄງການ​ຮ່ວມ​ມື​ລະຫວ່າງ​ພາກ​ລັດ​,​ພາກ​ເອກະ​ຊົນ ລະຫວ່າງ​ລັດຖະບານ ຫວຽດນາມ ​ແລະ ຍີ່​ປຸ່ນ.  ທ່ານ​ນາຍົກລັດຖະມົນຕີ ກ່າວ​ວ່າ:     “ຫາຍ​ຟ່ອງ ຕ້ອງ​ຮີບ​​ເຮັ່ງ​ດັດ​ປັບ​ການ​ວາງ​ແຜນ​ກຳນົດ,​ ນັບ​ທັງ​ການວາ​ງ​ແຜນຜັງ​ເມືອງ ກາດ​ຫາຍ, ​ແລກ​ຫ້ວຽນ ​ເພື່ອ​ກາຍ​ເປັນ​ນະຄອນ​ອຸດສາຫະກຳ, ບໍລິການ​ທ່າ​ກຳ​ປັ່ນ​ທັນ​ສະ​ໄຫມ, ສີວິ​ໄລ.  ຫາຍ​ຟ່ອງ ຄວນ​ສຸມ​ໃສ່​ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ,​ຍູ້​ແຮງ​ດຶງ​ດູດ​ການ​ລົງທຶນ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຂຸດ​ຄົ້ນ, ​ເສີມ​ຂະຫຍາຍ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ, ວ່ອງ​ໄວ.”

ຂ່າວ/ບົດ​ອື່ນ