ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຈະຢ້ຽມຢາມອົດສະຕາລີແລະນິວ​ຊີແລນຢ່າງເປັນທາງການ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຈະຢ້ຽມຢາມອົດສະຕາລີແລະນິວ​ຊີແລນຢ່າງເປັນທາງການ - ảnh 1
ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ
(ພາບ​ປະ​ກອບ)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Tony Abbott ແລະ ພັນ​ລະ​ຍາ, ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ John Key, ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ແລະ ພັນ​ລະ​ຍາ​ຈະ​ຢ້ຽມ​ຢາມ ອົດ​ສະ​ຕາ​ລີ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 17 – 18/3/2015 ແລະ ນິວ​ຊີ​ີ​ແລນ​ ແຕ່​ວັນ​ທີ 19 – 20/3/2015.

        ປະ​ຈຸ​ບັນ​, ຫວຽດ​ນາມ ມີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ກັບ 2 ປະ​ເທດ ອົດ​ສະ​ຕາ​ລີ ແລະ ນິວ​ຊີແລນ. ການ​ພົວ​ພັນ​ນີ້​ພວມ​ນັບ​ມື້​ນັບ​ພັດ​ທະ​ນາ​ໃນຫຼາຍ​ຂົງ​ເຂດ ແລະ ​ເລິກ​ເຊິ່ງກ່ວ​າ​ອີກ. ເມື່ອ​ແລກ​ປ່ຽນ​ກັບ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ Sydney ຫວ່າງ​ແລ​້ວນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ເລືອງ​ແທງງີ້ ຢັ້ງ​ຢືນ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນໃນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ຍັງ​ໃຫຍ່ຫຼວງ​ຢູ່ ແລະ 2 ຝ່າຍ​ຄວນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​​ໃນ​ໄລ​ຍະ​ຈະ​ມາ​ເຖິງເລິກ​ເຊິ່ງ​ກ່​ວາ​ອີກ. ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເຖິງ ອົດ​ສະ​ຕາ​ລີ ໃນ​ອາ​ທິດ​ຈະ​ມາ​ເຖິງ, ສາດ​ສະ​ດາ​ຈານ Carlyle A. Thayer ຂຶ້ນ​ກັບ​ສະ​ຖາ​ບັນ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອົດ​ສະ​ຕາ​ລີ ມີ​ບົດ​ຂຽນ​ຕີ​ລາ​ຄາວ່າ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ນຳ​ມາ​ເຊິ່ງ​ພະ​ລັງ​ງານໃໝ່​ໃຫ້​ແກ່​ການ​ພົວ​ພັນ​ ຫວຽດ​ນາມ - ອົດ​ສະ​ຕາ​ລີ.

        ສຳ​ລັບ ນິວ​ຊີ​​ແລນ, ປີນີ້, 2 ປະ​ເທດ​ຈະ​ຈັ​ດ​ຕັ້ງ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (16/6/1975 – 16/6/2015). ກ່າວ​ຄຳ​ເຫັນ​ໃນ​ການ​ປະ​ຊຸມ​ຂ່າວ​ເລີ່ມ​​ຕົ້ນ​ກ​ານເຄື່ອນ​ໄຫວ​​ຕ່າງໆ​ສະ​ເຫລີມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ນິວຊີແລນ ທີ່ດຳ​ເນີນ​ໄປ​ໃນ​ວັນ​ທີ 5/2 ​ຜ່ານ​ມາ ພ້​ອມ​ກັບ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ນິວ​ຊີ​ແລ​ນ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຮ່​ວາຍ​ຈູງ ໃຫ້​ຮູ້​ວ່າ: ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ທີ່​ບັນ​ລຸ​ໄດ້​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍ​ະ​ຜ່ານ​ມາ​ແມ່ນ​ພົ້ນ​ເດັ່ນ​ທີ່​ສຸດ. ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ແລະ ​ຄວາມປາດ​ຖະ​ໜາ​ຢາກ​​ຂອງ 2 ຝ່າຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ສຶກ​ສາ, ບຳ​ລຸງ​ສ້າງ ແລະ ກະ​ສິ​ກຳ.

 

 


ຂ່າວ/ບົດ​ອື່ນ