ນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກແຂວງດົ່ງນາຍ

ນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກແຂວງດົ່ງນາຍ - ảnh 1
ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ ດົ່ງ​ນາຍ ຄັ້ງ​ທີ 10
(ພາບ: VGP)

(vovworld) - ອົງຄະ​ນະ​ພັກ​ແຂວງ​ດົ່ງ​ນາຍ ມານະ​ພະຍາຍາມ​ສູ້​ຊົນ ດ້ວຍ​ເຈດ​ຈຳນົງ ​ແລະ ຄວາມ​ຕັດສິນ​ໃຈ​ສູງ​ສຸດ​ເພື່ອ​ພັດທະນາ​ຢ່າງ​ໄວ ​ແລະ ໝັ້ນຄົງ, ກໍ່ສ້າງ​ດົ່ງ​ຍາຍ ​ໃຫ້​ກາຍ​ເປັນ​ແຂວງ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ​ໃນ​ປີ 2020. ທ່ານນາຍົກລັດ​ຖະ​ມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ເນັ້ນ​ໜັກ​ຄື​ດັ່ງກ່າວທີ່ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ ດົ່ງ​ນາຍ ຄັ້ງ​ທີ 10 (ອາຍຸ​ການ 2015-2020): ​ເຊິ່ງ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 29/9 ຢູ່​ນະຄອນ ບຽນ​ຮ່ວາ, ​ແຂວງ​ດົ່ງ​ນາຍ. ທ່ານນາຍົກລັດ​ຖະ​ມົນຕີ ຫງວຽນ​ເຕິ໋ນຢຸງ ສະ​ເໜີ​ແຂວງ​ດົ່ງ​ນາຍ ສືບ​ຕໍ່​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຕິດ​ພັນ​ກັບ​ການ​ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ​ຕາມ​ທິດ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ກຳລັງ​ແກ່ງ​ແຍ້​ງ, ຍູ້​ແຮງ​ການ​ດຶງ​ດູດ​ເງິນ​ລົງທຶນ​ເຂົ້າ​ຂະ​ແໜງ​ການ​ ​ແລະ ຂົງ​ເຂດຕ່າງໆທີ່​ມີ​ທ່າ​ສະດວກ, ບັນດາ​ໂຄງການ, ຜະລິດ​ຕະພັນ​ທີ່​ໃຊ້​ເຕັກ​ໂນ​ໂລ​ຢີສູງ. ທ່ານນາຍົກລັດ​ຖະ​ມົນຕີ ຫງວຽນ​ເຕິ໋ນຢຸງ ​ໃສ່​ໃຈ​ແຂວງ​ດົ່ງ​ນາຍ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ກາ​ນຜັນ​ຂະຫຍາຍ​ບັນດາ​ໂຄງການ​ຈຸດ​ສຸມ​ໃຫ້​ຖືກ​ກັບ​ຄວາມ​ຄືບ​ໜ້າ, ຮັບປະກັນ​ຄຸນ​ນະພາ​ບ; ພັດທະນາ​ເສດຖະກິດ ສົມທົບ​ກັບ​ການ​ພັດທະນາ​ວັດທະນະ​ທຳ​ຢ່າງ​ແໜ້ນ​ແຟ້ນ, ສູ້​ຊົນ​ນຳ​ແຂວງ​ດົ່ງ​ນາຍ ກາຍ​ເປັນ​ໃຈກາງ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ຂອງ​ເຂດ​ຕາ​ເວັນ​ອອກ​ພາກ​ໃຕ້. ທ່ານນາຍົກລັດ​ຖະ​ມົນຕີ ຫງວຽນ​ເຕິ໋ນຢຸງ ຊີ້​ແຈ້ງວ່າ:

“ດົ່ງ​ນາຍ ດ້ວຍ​ທີ່​ຕັ້ງ, ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ ​ແລະ ຜົນງານ​ທີ່​ບັນລຸ​ໄດ້, ​ແຂວງ​ຄວນ​ມານະ​ພະຍາຍາມ​ສູ້​ຊົນ​ດ້ວຍ​ເຈດ​ຈຳນົງ ​ແລະ ຄວາມ​ຕັດສິນ​ໃຈ​ສູງ​ສຸດ​​ເພື່ອ​ພັດທະນາ​ຢ່າງ​ໄວ, ໝັ້ນຄົງ, ກໍ່ສ້າງ​ດົ່ງ​ນາຍ ​ໃຫ້ກາຍ​ເປັນ​ແຂວງ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໃນ​ປີ 2020 ​ໂດຍ​ພື້ນຖານ. “

ຂ່າວ/ບົດ​ອື່ນ