ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ໋ນຢຸງ
ແລະ ທ່ານປະທານສະພາສູງ Milan Stech
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 17/11 ທີ່ການພົບປະຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ໋ນຢຸງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບ ສ.ເຊັກໂກ ມານະພະຍາຍາມນຳການພົວພັນ 2 ປະເທດພັດທະນາໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດໃຫ້ 2 ປະເທດຢ່າງແທດຈິງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ສະເໜີ 2 ຝ່າຍຊຸກຍູ້ການຮ່ວມມືແຮງກ່ວາອີກ ໃນບັນດາຂົງເຂດ ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ; ເປີດກ້ວາງການຮ່ວມມືໃນບັນດາຂົງເຂດການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ພະລັງງານ, ກະສິກຳ, ສາທາລະນະສຸກ, ສິ່ງແວດລ້ອມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ທ່ານປະທານສະພາສູງ Milan Stech ໃຫ້ຮູ້ວ່າ: ເຊັກໂກ ມີປະຊາຄົມຊາວ ຫວຽດນາມ ທີ່ໃຫຍ່ຫລວງພວມຮ່ຳຮຽນ, ດຳລົງຊີວິດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາສາຍພົວພັນມິດຕະພາບລະຫວ່າງ 2 ປະເທດ. ທ່ານ Milan Stech ຢືນຢັນວ່າ: ເຊັກໂກ ຍາມໃດກໍຖືເປັນສຳຄັນຊຸກຍູ້, ພັດທະນາການພົວພັນຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ, ພິເສດແມ່ນຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ. ພ້ອມກັນນັ້ນ, ເຊັກໂກ ກໍປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນຂົງເຂດຄົ້ນຄວ້າ ແລະ ພັດທະນາ, ພ້ອມກັນນັ້ນ ປາດຖະໜາວ່າ 2 ຝ່າຍກໍ່ສ້າງ ແລະ ລົງນາມບາງສັນຍາ ເພື່ອແນໃສ່ສ້າງຂອບເຂດນິຕິກຳໃຫ້ການຮ່ວມມື 2 ຝ່າຍ.