ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງພົບປະເຈລະຈາກັບປະທານສະພາສູງລາຊະອານາຈັກແບນຊິກ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງພົບປະເຈລະຈາກັບປະທານສະພາສູງລາຊະອານາຈັກແບນຊິກ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ
​ພົບ​ປະ​ເຈລະຈາ​ກັບທ່ານນາງ Christine Defraigne
(ພາບ: VGP)

(vovworld) – ທີ່​ການ​ພົບ​ປະ​ເຈລະຈາ​ໃນ​ຕອນ​ບ່າຍ​ວັນ​ທີ 3/11, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ສະ​ເໜີ 2 ຝ່າຍ​ມານະ​ພະຍາຍາມຫລາຍ​ກ່ວາ​ອີກ ໃນ​ການ​ຊຸກຍູ້ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ໄດ້​ຮັບ​ການ​ເຫັນ​ດີ​ຢ່າງ​ມີ​ປະສິດທິ​ຜົນ ກໍ​ຄື​ເພີ່ມ​ທະວີ​ການ​ສົ່ງ​ເສີມ, ສ້າງ​ບັນດາ​ໂຄງການ​ຮ່ວມ​ມື​ໃໝ່. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ປາດ​ຖະໜາ​ວ່າ: ​ເມື່ອ​ສັນ​ຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽ​ດນາມ ​ແລະ ສະຫະພາບ ​ເອີຣົບ ​ໄດ້​ລົງ​ນາມ, ​ແບນ​ຊິກ ຈະ​​ໃຫ້ສັດຕະຍາບັນ​ສັນຍາ​ດັ່ງ​ກ່າ​ວນີ້​ໂດຍ​ໄວ ​ເພາະວ່າ ນີ້​ແມ່ນ​ສັນຍາ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ; ​ເປີດ​ແງ່​ຫວັງຫລາຍ​ຢ່າງ ​ແລະ ກາລະ​ໂອກາດ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສະຫະພາບ ​ເອີຣົບ ​ເວົ້າ​ລວມ ​ແລະ ​ແບນ​ຊິກ ​ເວົ້າ​ສະ​ເພາະ.

        ສ່ວນ​ທ່ານ​ນາງ Christine Defraigne ປະທານ​ສະພາ​ສູງ ​ແບນ​ຊິກ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ​ແບນ​ຊິກ ​ແລະ ຫວຽດນາມ ຈະ​ສືບ​ຕໍ່​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່​ໃນ​ອະນາຄົດ; ປາດ​ຖະໜາ​ຢາກ​ໃຫ້​ລັດຖະບານ ຫວຽ​ດນາມ ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂອງ ​ແບນ​ຊິກ ມາ​ສຳ​ຫລວດ, ຊອກ​ຫາ​ກາລະ​ໂອກາດ​ລົງທຶນ, ​ແລກປ່ຽນ​ຄ້າຂາຍ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຍາວ​ນານ​ຢູ່ ຫວຽດນາມ.

ຂ່າວ/ບົດ​ອື່ນ