ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບປະທານ ສະຫະພັນອຸດສາຫະກຳ ສ.ເກົາຫຼີ

(VOVWORLD) -ຕອນບ່າຍວັນທີ 10 ກັນຍາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານ ສະຫະພັນອຸດສາຫະກຳ ສ.ເກົາຫຼີ ຮູຈາງຊູ ຊຶ່ງພວມຢ້ຽມຢາມຫວຽດນາມ
ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບປະທານ ສະຫະພັນອຸດສາຫະກຳ ສ.ເກົາຫຼີ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານສະຫະພັນອຸດສາຫະກຳ ສ.ເກົາຫຼີ ຮູຈາງຊູ ຊຶ່ງພວມນຳໜ້າຄະນະມາຢ້ຽມຢາມຫວຽດນາມ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີ ສ.ເກົາຫຼີ ລົງທຶນຢ່າງສຳເລັດຜົນຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີບັນດາວິສາຫະກິດ ສ.ເກົາຫຼີເຂົ້າມາລົງທຶນໃນຂົງເຂດເຕັກໂນໂລຊີສູງ, ອຸດສາຫະກຳໜັກ, ພັດທະນາພື້ນຖານໂຄງລ່າງ…ຕ້ອງສົມທົບລະຫວ່າງບັນດາວິສາຫະກິດ FDI ສ.ເກົາຫຼີ ກັບວິສາຫະກິດຫວຽດນາມຢ່າງແໜ້ນແຟ້ນກ່ວາເກົ່າ, ພ້ອມທັງເພີ່ມທະວີການນຳເຂົ້າສິນຄ້າຫວຽດນາມເພື່ອມີຄວາມສົມດຸນທາງດ້ານການຄ້າ

ຕອບກັບ

ຂ່າວ/ບົດ​ອື່ນ