ນາຍົກລັດຖະມົນຕີເຊັນຂໍ້ຕົກລົງຮັບຮອງວັດຖຸພັນອັນລ້ຳຄ່າຂອງຊາດ12ຢ່າງ

ນາຍົກລັດຖະມົນຕີເຊັນຂໍ້ຕົກລົງຮັບຮອງວັດຖຸພັນອັນລ້ຳຄ່າຂອງຊາດ12ຢ່າງ - ảnh 1
ສາ​ລາ​ປະ​ລິ​ຍາ​ເອກ​ຢູ່ ວັນ​ມຽວ ກວັກ​ຕື​ຢາມ
ພາບ:http://vietnamnet.vn

(vovworld)- ວັດ​ຖຸ​​ພັນອັນ​ລ້ຳ​ຄ່າຂອງ​ຊາດ 12 ຢ່າງ​ ​ລວມ​ມີ: ບັນ​ດາ​ວັດ​ຖຸ​ພັນ​ໃນ​ສະ​ໄຫມ​ປະ​ຖົມ​ບູ​ຮານ​ຄື: ຄ້ອງ​ບ້າງ(ວັດ​ທະ​ນະ​ທຳ ດົງ​ເຊີນ), ລະ​ຄັງ ແທງ​ມາຍ(ປີ 789), ສາ​ລາ​ປະ​ລິ​ຍາ​ເອກ ວັນ​ມຽວ ກວກ​ຕື​ຢາມ, ຮ່າ​ໂນ້ຍ (ປີ 1484-1780), ສາ​ລາ “Khôn Nguyên Chí Đức Chi Bi(ຄົນ​ງວຽນ​ຈີ​ດຶກ​ຈີ​ບີ) ໃນ​ສັດ​ຕະ​ວັດ​ທີ 15, ສາ​ລາ ຖູຍ​ມົນ​ດີງ ປີ 1670, ​ພະ​ພຸດ​ທະຮູບ​ເຈົ້າ​ແມ່ກວນ​ອິນ​ພັນ​ມື​ພັນ​ຕາ ຢູ່ ວັດ ດາວ​ຊວຽນ ໃນ​ສັດ​ຕະ​ວັດ​ທີ 16, ​ພະ​ພຸດ​ທະຮູບ​​ປີ​ດາ​ຕາມ​ຕົນ ຢູ່​ວັດໄຖ່ ຕົ້ນ​ສັດ​ຕະ​ວັດ​ທີ 17, ພະ​ພູດ​ທະ​ຮູບ ​ໃນສະ​ໄຫມ​ໄຕ​ເຊີນ ຢູ່ ວັດ ໄຕ​ເຟືອງ ໃນ​ທ້າຍ​ສັດ​ຕະ​ວັດ​ທີ 18, Ekamukhlinga/Linga ມີ​ຫົວ​ເທວະ​ດາ Siva ໃນ​ຕົ້ນ​ສັດ​ຕະ​ວັດ​ທີ 8. ຂັ້ນ​ໄດ ໃນ​ຕົ້ນ​ສັດ​ຕະ​ວັດ​ທີ 12. ໝວດ​ວັດ​ຖຸ​ພັນ​ສະ​ໄຫມ​ປະ​ຈຸ​ບັນ ລວ​ມ​ມີ: ເຮືອ​ບິນ Mic 21 ໝາຍເລກ 4324(ຊື່ງ​ແມ່ນ​ວັດ​ຖຸ​ພັນ​ໃນໄລ​ຍະ​ຕໍ່​ຕ້ານ​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາກູ້​ຊາດ), ແຜນ​ທີ່​ຕັດ​ສິນ​ໃຈ​ໃນບັ້​ນ​ຮົບ​ໂຮ່​ຈິ​ມີນ (ຊື່ງ​ແມ່ນ​ວັດ​ຖຸ​ພັນ​ໃນ​ບັ້ນ​ຮົບ​ໂຮ່​ຈິ​ມີນຄັ້ງ​ປະ​ຫວັດ​ສາດ). ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ, ບັນ​ດາ​ທ້ອງ​ຖິ່ນ, ຫົວ​ຫນ່ວຍ​ຢູ່​ສະ​ຖານ​ທີ່​ມີ​ວັດ​ຖຸ​ພັນ​ອັນ​ລ້ຳ​ຄ່າ​ດັ່ງ​ກ່າວ ປະ​ຕິ​ບັດ​ການ​ຄຸ້ມ​ຄອງ ວັດ​ຖຸ​ພັນ​ອັນ​ລ້ຳ ​ຄ່າ​ຕາມ​ການ​ກຳ​ນົດ​ຂອງ​ກົດ​ໝາຍ​​ວ່າ​ດ້ວຍ​ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ.

 

ຂ່າວ/ບົດ​ອື່ນ