ນາຍົດລັດຖະມົນຕີນິວຊີແລນສະເໜີປະເທດຕ່າງໆສືບຕໍ່ການເຈລະຈາTPP

ນາຍົດລັດຖະມົນຕີນິວຊີແລນສະເໜີປະເທດຕ່າງໆສືບຕໍ່ການເຈລະຈາTPP - ảnh 1
ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ John Key
(ພາບ: nguyentandung.org)

(vovworld) -  ວັນ​ທີ 3/8, ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ John Key ໄດ້​ຮຽກຮ້ອງ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ເຈລະຈາສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟີ​ກ (TPP) ກັບ​ຂຶ້ນ​ສູ່​ໂຕະ​ເຈລະຈາ​ໃນ​ເດືອນ​ນີ້ ​ເຖິງ​ວ່າ: ບໍ່​ຍົກ​ອອກ​ເວລາ ​ແລະ ສະຖານ​ທີ່​ລະອຽດ​ໃຫ້​ແກ່​ການ​ເຊື່ອມ​ຕໍ່​ການ​ເຈລະຈາ​ກໍ່ຕາມ, ທ່ານ​ນາຍົກລັດຖະມົນຕີ John Key ຖື​ວ່າ: ບັນດາ​ຝ່າຍ​ພວມ​ດຳ​ເນີນ​ການ​ປະຊຸ​ມ​ໃນ 2-3 ສັບປະດາ​ຕໍ່ໜ້າ. ຕາມ​ທ່ານ​ແລ້ວ, ​ໂອກາດ​ໃຫ້​ແກ່​ການ​ເຊັນ TPP ຈະ​ນັບ​ມື້​ຮັດ​ແຄບ​ໄວ້​ຍ້ອນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ຈະ​ມາ​ເຖິງ​ຢູ່ ອາ​ເມ​ລິ​ກາ ຈະ​ເຮັດ​ໃຫ້​ເລື່ອງ​ດຳ​ເນີນ​ການ​ເຈລະຈາ​ນັບ​ມື້​ນັບ​ຫຍຸ້ງຍາກ​ກ່ວາ. ທ່ານ​ໃຫ້​ຮູ້​ວ່າ: ພາຍຫລັງ​ຮອບ​ເຈລະຈາຢູ່ Hawaii ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ແມ່ນ​ບໍ່ຫລາຍ, ດັ່ງ​ນັ້ນ, ບັນດາ​ນັກ​ເຈລະຈາ ​ແລະ ລັດຖະມົນຕີປະ​ເທດ​ຕ່າງ​ໆ ອາດ​ຈະ​ເຊື່ອມ​ຕໍ່​ການ​ເຈລະຈາ​ໂດຍ​ໄວ, ຂໍ້​ຕົກລົງ​ນີ້ ຈຶ່ງ​ສິ້ນ​ສຸດ​ໄດ້. ທ່ານ​ນາຍົກລັດຖະມົນຕີ John Key ຖື​ວ່າ: ການ​ເຊື່ອມ​ຕໍ່​ການ​ເຈລະຈາຍິ່ງ​ດົນ​ເທົ່າ​ໃດ, ການ​ເຊັນ TPP ຍິ່ງ​ຫຍຸ້ງຍາກ​ເທົ່າ​ນັ້ນ.

 


ຂ່າວ/ບົດ​ອື່ນ