ນຳການພົວພັນມິດຕະພາບຫວຽດນາມ-ເຊັກໂກຂຶ້ນສູ່ລະດັບສູງໃຫມ່

ນຳການພົວພັນມິດຕະພາບຫວຽດນາມ-ເຊັກໂກຂຶ້ນສູ່ລະດັບສູງໃຫມ່ - ảnh 1
ທ່ານ​ປະ​ທ​ານ​ປະ​ເທດ​ຫວຽດ​ນາມ​ເຈືອງ​ເຕີນ​ຊາງ ແລະ ປະ​ທາ​ນາ​ທິ​ບໍ​ດີ ເຊັກ​ໂກ Milos Zeman
ພາບ:vov

(vovworld)-  ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ-ເຊັກ​ໂກ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່, ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ປະ​ທ​ານ​ປະ​ເທດ​ຫວຽດ​ນາມ​ເຈືອງ​ເຕີນ​ຊາງ ແລະ ປະ​ທາ​ນາ​ທິ​ບໍ​ດີ ເຊັກ​ໂກ Milos Zeman ທີ່​ການ​ປະ​ຊຸ​ມ​ຂ່າວ​ຮ່ວມ ພາຍ​ຫລັງ​ການ​ເຈ​ລະ​ຈາ​ຊື່ງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 11/5. ປະ​ມຸກ​ລັດ​ທັງ​ສອງ​ທ່ານ​ລ້ວນ​ແຕ່​ຢືນ​ຢັນ​ວ່າ: ນີ້​ແມ່ນ​ຈຸດ​ເວ​ລາ​ເໝາະ​ສົມ​ເພື່ອ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ອີກ​ຄັ້ງ​ຫນຶ່ງ​ຢືນ​ຢັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ແມ່ນ​ພື້ນ​ຖານ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ.

        “ສ.ເຊັກ​ໂກ ມີ​ການ​ພົວ​ພັນ​ກັບ​ຫວຽດ​ນາມ ມາ​ແຕ່​ດົນ​ນານ ແລະ ໄດ້​ຊ່ວຍ​ຫວຽດ​ນາມ​ຫລາຍ​ຢ່າງ​ໃນ​ກິດ​ຈະ​ການ​ຕໍ່​ສູ້​ຍາດ​ເອ​ົ​າ​ເອ​ກະ​ລາດ ແລະ ສ້າງ​ສາ, ພັດ​ທະ​ນາ​ປະ​ເທດ​ຊາດ. ພວກ​ຂ້າ​ພະ​ເຈົ້າ​ຕົກ​ລົງ​ຈະ​ຮ່ວມ​ມື​ຮອບ​ດ້ານ​ໃນ​ທຸກ​ຂົງ​ເຂດ ຈ​າກ​ການ​ເມືອງ​ຕະ​ຫລອດ​ຮອດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ, ປ້ອງ​ກັນ​ຄວາມ​ສະ​ຫງົບ. ໃນ​ນັ້ນ ເນັ້ນ​ຫນັກ​ວ່າ: ຈະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ໃຫ້​ສົມ​ກັບ​ການ​ພົ​ວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.”

ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ອີ​ຢູ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ໃຫ້​ຮູ້​ວ່າ: ເຊັກ​ໂກ ພວມ​ມາ​ນະ​ພະ​ຍາ​ຍາມ​ສະ​ຫນັບ​ສະ​ຫນູນ ຫວຽດ​ນາມ ເພື່ອ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ດັ່ງ​ກ່າວ​ໂດຍ​ໄວ.

        “ເຊັກ​ໂກ ສະ​ແດງ​ການ​ສະ​ຫນັບ​ສະ​ຫນູນ​ຢ່າງ​ແຮງ​ຕໍ່​ເລື່ອງ​ ຫວຽດ​ນາມ ແລະ ອີ​ຢູ ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ FTA ໂດຍ​ໄວ. ນັ້ນ​ແມ່ນ​ພື້ນ​ຖານ​ເພື່ອ​ເພີ່​ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢູ ເວົ້າ​ລວມ, ຫວຽດ​ນາມ​ແລະ ເຊັກ​ໂກ ເວົ້າ​ສະ​ເພາະ.”

        ການ​ນຳ​ສອງ​ທ່ານ​ຖື​ວ່າ: ບົນ​ພື້ນ​ຖານ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ທີ່​ໄດ້​ຮັບ​ການຢັ້ງ​ຢືນນັ້ນ, ຫວຽດ​ນາມ ແລະ ເຊັກ​ໂກ ຄວນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ, ກົນ​ໄກ​ທາບ​ທາມ​ຄຳ​ເຫັນ​ດ້ານ​ເສດ​ຖະ​ກິດ​ກໍ​ຄື​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ອື່ນ​ເພື່ອ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ, ເໝາະ​ສົມ​ກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ຂອງ​ການ​ນຳ, ປະ​ຊາ​ຊົນ, ພ້ອມ​ກັນ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທັງ​ສອງ​ປະ​ເທດ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ສູງ ເຊັກ​ໂກ Milan Stech  ແລະ ປະ​ທານ​ສະ​ພາ​ຕ່ຳ Jan Hamacek. ທີ່​ການ​ພົບ​ປະ​, ສອງ​ຝ່າຍ​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ: ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ໃນ​ກິດ​ຈະ​ການ​ພັດ​ທະ​ນາ​ຢູ່​ແຕ​່​ລະ​ປະ​ເທດ ພ້ອມ​ກັບ​ບັນ​ດາ​ທ່າ​ແຮງ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫລວງ ຂອງ​ສອງ​ຝ່າຍ ສາ​ມາດ​ເພີ່ມ​ເຕີມ​ໃຫ້​ກັນ​ ນັ້ນ​ແມ່ນ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ເພື່ອ​ນຳ​ການ​ພົວ​ພັນ ຫວຽດ​ນາມ- ເຊັກ​ໂກ ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ