ນຳຂົວຂ້າມທາງແຍກກີມໝາ-ຫງວຽນຈີແທງເຂົ້າເຄື່ອນໄຫວ

ນຳຂົວຂ້າມທາງແຍກກີມໝາ-ຫງວຽນຈີແທງເຂົ້າເຄື່ອນໄຫວ - ảnh 1
ຂົວ​ຂ້າ​ມ​ແຍກ ກີ​ມໝາ- ຫງວຽນ​ຈີ​ແທງ ​


(vovworld)- ​​ຕອນ​ເຊົ້າ​ວັນ​ທີ 5/10, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ພິທີ​ນຳ​ຂົວ​ຂ້າ​ມ​ທາງແຍກ ກີ​ມໝາ- ຫງວຽນ​ຈີ​ແທງ ​ເຂົ້າ​ເຄື່ອນ​ໄຫວ ພາຍຫລັງ​ກໍ່ສ້າງ​ມາ​ເປັນ​ເວລາ ກວ່າ 8 ​ເດືອນ. ນີ້​ແມ່ນ​ຂົວ​ຂ້າມທາງ​ແຍກ​ແຫ່ງ​ທີ 7 ຢູ່ ນະຄອນຫລວງ ຮ່າ​ໂນ້ຍ​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ ປະກອບ​ສ່ວນ​ຫລຸດຜ່ອນ​ສະພາບ​ລົດ​ຕິດ​ໃນ​ຕົວ​ເມືອງ.

ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງນາຍົກ​ລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຍ້ອງຍໍ​​ຄວາມ​ມາ​ນະພະ​ຍາ​ຍາມ​ຂອງ​ບັນດາຫົວຫນ່ວຍ​ປະຕິບັດ​ການ​ກໍ່ສ້າງຂົວ​​ໄດ້​ສຳ​ເລັດກ່ອນ​ຄາດ​ໝາຍ​ວາງ​ອອກ ພ້ອມ​ທັງ​ຊີ້​ນຳ​ບັນດາ​ຫົວ​ຫນ່ວຍ​ກ່ຽວຂ້ອງ​ຈັດ​ຕັ້ງ​ການ​ສັນຈອນ​ໃຫ້​ແກ່​ບັນດາ​ຍານພາຫະນະ​ຢ່າງ​ມີ​ປະສິດທິ​ຜົນ, ວິທະຍາສາດ ​ແລະ ປອດ​ໄພ.

        “ດ້ວຍ​ການ​ປະຕິບັດ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ນີ້ ​ແມ່ນ​​ຫລຸຸດຜ່ອນ​ສະພາບ​ລົດ​ຕິດ​ຢູ່ ນະຄອນຫລວງ ​ລົງ​ສ່ວນ​ຫນຶ່ງ ​ແລະ ​ໄລຍະ​ຕໍ່​ມາ​ພວກ​ເຮົາ​ສືບ​ຕໍ່​ຈະ​ປະຕິບັດ​ ກິດຈະກຳ​ຫລາຍ​ແຫ່ງ​ຕື່ມອີກ. ຂ້າພະ​ເຈົ້າ​ສະ​ເຫ​ນີ ອຳນາດ​ການ​ປົກຄອງ​ນະຄອນ ​ແລະ ບັນດາ​ກະຊວງ, ຂະ​ແຫນງ​ການ ສືບ​ຕໍ່​ຜັນ​ຂະຫຍາຍ​ມະຕິ​ເລກທີ 13 ກ່ຽວ​ກັບ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຊຸດ ​ແລະ ປະຕິບັດ​ການວາງ​ແຜນຜັງ​ຕົວ​ເມືອງ​ຢ່າງ​ເຂັ້ມ​ງວດ.”

       

ຂ່າວ/ບົດ​ອື່ນ