ບັງ​ກ​ລາ​ເທດ ຈັດ​ວາງ​ຄຳ​ສັ່ງສະ​ພາ​ວະ​ສຸກ​ເສີນ

(VOVWORLD) - ບັນດາການປະທະກັນໃນອາທິດນີ້ ລະຫວ່າງນັກສຶກສາແກ່ຂະບວນປະທ້ວງ ແລະ ຕຳຫຼວດ ໄດ້ເຮັດໃຫ້ຢ່າງໜ້ອຍສຸດ 105 ຄົນເສຍຊີວິດ.
ບັງ​ກ​ລາ​ເທດ ຈັດ​ວາງ​ຄຳ​ສັ່ງສະ​ພາ​ວະ​ສຸກ​ເສີນ - ảnh 1

(ພາບ: AFP)

   ວັນທີ 19 ກໍລະກົດ, ບັງກລາເທດ ໄດ້ປະກາດຈັດວາງຄຳສັ່ງສະພາວະສຸກເສີນ ແລະ ຜັນຂະຫຍາຍກຳລັງການທະຫານ ພາຍຫຼັງທີ່ຕຳຫຼວດປະເທດນີ້ ບໍ່ສາມາດຢຸດຕິສະພາບຂາດສະຖຽນລະພາບທີ່ກໍ່ຄວາມລົ້ມຫາຍຕາຍຈາກທີ່ແກ່ຍາວເປັນເວລາຫຼາຍວັນ ແລະ ແຜ່ຂະຫຍາຍອອກສູ່ທົ່ວປະເທດ.

  ບັນດາການປະທະກັນໃນອາທິດນີ້ ລະຫວ່າງນັກສຶກສາແກ່ຂະບວນປະທ້ວງ ແລະ ຕຳຫຼວດ ໄດ້ເຮັດໃຫ້ຢ່າງໜ້ອຍສຸດ 105 ຄົນເສຍຊີວິດ ພ້ອມທັງວາງສິ່ງທ້າທາຍໃຫ່ຍຫຼວງ ສຳລັບລັດຖະບານຂອງທ່ານ Sheikh Hasina ພາຍຫຼັງໄດ້ກຳອຳນາດເປັນເວລາ 15 ປີ. ທ່ານ Nayeemul Islam Khan ເລຂາສື່ມວນຊົນຂອງທ່ານນາຍົກລັດຖະມົນຕີ Hasina, ໃຫ້ຮູ້ວ່າ ລັດຖະບານໄດ້ຕົກລົງຈັດວາງຄຳສັ່ງສະພາວະສຸກເສີນແລະ ຜັນຂະຫຍາຍກຳລັງທະຫານ ເພື່ອໜູນຊ່ວຍອຳນາດການປົກຄອງພົນລະເຮືອນ. ທ່ານ Nayeemul Islam Khan ຊີ້ແຈ້ງວ່າຄຳສັ່ງສະພາວະສຸກເສີນຈະມີຜົນສັກສິດໃນທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ