ບິ່ງດິ້ງ ຕ້ອງສ້າງສະພາບແວດລ້ອມແຫ່ງການລົງທຶນສະດວກທີ່ສຸດ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈິຢຸງ ສະເໜີໃຫ້ແຂວງ ບິ່ງດິ້ງ ຕ້ອງສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດສະດວກທີ່ສຸດ, ຖືນີ້ແມ່ນໜ້າທີ່ແຖວໜ້າ.
ບິ່ງດິ້ງ ຕ້ອງສ້າງສະພາບແວດລ້ອມແຫ່ງການລົງທຶນສະດວກທີ່ສຸດ - ảnh 1ທີ່ກອງປະຊຸມ
(ພາບ: VGP)

        ຕອນເຊົ້າວັນທີ 28 ມີນາ, ຢູ່ແຂວງ ບິ່ງດິ້ງ, ຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນທາງແຂວງປີ 2025. ຢູ່ທີ່ນີ້, ແຂວງ ບິ່ງດິ້ງ ໄດ້ເຊື້ອເຊີນບັນດາວິສາຫະກິດມາລົງທຶນໃສ່ 7 ຂົງເຂດ, ລວມມີ: ອຸດສາຫະກຳ; ທ່ອງທ່ຽວ ແລະ ການບໍລິການ; ກະສິກຳເຕັກໂນໂລຊີສູງ; ການບໍລິການ logistics; ເສດຖະກິດເຂດຕົວເມືອງ; ເຕັກໂນໂລຊີສູງ ແລະ ນະວັດຕະກຳ, ຂົງເຂດສາທາລະນະສຸກ, ການສຶກສາ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈິຢຸງ ສະເໜີໃຫ້ແຂວງ ບິ່ງດິ້ງ ຕ້ອງສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດສະດວກທີ່ສຸດ, ຖືນີ້ແມ່ນໜ້າທີ່ແຖວໜ້າ.

        “ໃນໄລຍະຈະມາເຖິງ, ບິ່ງດິ້ງ ຕ້ອງສືບຕໍ່ໃຫ້ບຸສິດໃຫ້ແກ່ການເຕີບໂຕ. ສຸມໃສ່ 3 ກຳລັງໜູນເຕີບໂຕທີ່ເປັນມູນເຊື້ອຂອງພວກເຮົາໄດ້ກຳນົດ ນັ້ນແມ່ນ, ເພີ່ມທະວີການລົງທຶນ, ຊຸກຍູ້ການສົ່ງອອກ, ຍູ້ແຮງການບໍລິໂພກ. ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ບັນດາວິສາຫະກິດພວມພົບປະ, ເຮັດແນວໃດໃຫ້ແກ່ວິສາຫະກິດເຄື່ອນໄຫວຢ່າງສະດວກ, ດຶງດູດ, ແກ່ງແຍ້ງ”.

ຕອບກັບ

ຂ່າວ/ບົດ​ອື່ນ