ບົດບາດຂອງວົງຄະນາຍາດໃນການ ເສີມຂະຫຍາຍຄຸນຄ່າມໍລະດົກ ທັງລອງ-ຮ່າໂນ້ຍ

ບົດບາດຂອງວົງຄະນາຍາດໃນການ ເສີມຂະຫຍາຍຄຸນຄ່າມໍລະດົກ ທັງລອງ-ຮ່າໂນ້ຍ - ảnh 1

ເຂດ​ປູ​ສະ​ນີຍະສະ​ຖານ Hoang Thanh Thang Long

(ພາບ:dch.gov.vn)

(TTX)- ບົດບາດ​ຂອງ​ວົງ​ຄະນາ​ຍາດ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ທັງ​ລອງ-​ຮ່າ​ໂນ້ຍ“ ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ພຶດຕິ​ກຳ​ຕົວ​ຈິງ​ໂດຍ​ສະມາຄົມ​ມໍລະດົກວັດທະນະທຳ​ທັງ​ລອງ-​ຮ່າ​ໂນ້ຍ ສົມທົບ​ກັບ​ພະ​ແນ​ກ ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ຮ່າ​ໂນ້ຍ ຈັດ​ຂຶ້ນ​ເມື່ອ​ຕອນ​ເຊົ້າວັນ​ທີ 7/10 ຢູ່​ຮ່າ​ໂນ້ຍ. ບົດ​ກະ​ປອບ​ຄຳ​ເຫັນ​ກ່ວາ 30 ບົດ​ຂອງ​ບັນດາ​ນັກ​ຄຸ້ມ​ຄອງ, ນັກຄົ້ນຄ້ວາ​ມໍລະດົກ​ວັດທະນະທຳ​ໄດ້​ສຸມ​ໃສ່​ເຮັດ​ແຈ້ງ​ຄວາມ​ສຳຄັນ​ຂອງ​ວົງ​ຄະນາ​ຍາດ​ຊຸມ​ຊົນ ກໍ່​ຄື​ເຮັດ​ແນວ​ໃດ​ເພື່ອ​ແນະນຳ, ສຶກສາ​ອົບຮົມ ​ແລະ ຊ່ວຍ​ວົງ​ຄະນາ​ຍາດ​ເຂົ້າ​ໃຈ​ແຈ້ງ​ບົດບາດ​ຂອງ​ຕົນ​ທີ່​ມີຕໍ່ໜ້າ​ທີ່​ປົກ​ປັກ​ຮັກສາ​ຊັບ​ສົມບັດ​ຂອງ​ລຸ້ນພໍ່​ລຸ້ນອ້າຍ. ດຣ Luu Minh Tri ປະທານສະມາຄົມ​ມໍລະດົກວັດທະນະທຳ​ທັງ​ລອງ-​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ຮ່າ​ໂນ້ຍ ມີ​ເຂດ​ປູ​ສະ​ນີຍະສະ​ຖານປະຫວັດສາດ​ວັດທະນະທຳ​ກ່ວາ 5000 ​ແຫ່ງ, ​ໃນ​ນັ້ນມີ 3 ​ແຫ່​ງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ອູ​ແນ​ສ​ໂກ ​ແລະ ກ່ວາ 1000 ​ແຫ່ງ​ຖືກຈັດ​ລະ​ດັບຊາດ. ດຣ Luu Minh Tri ​ເນັ້ນໜັກ​ວ່າ:

   “​ໃນ​ໄລຍະ​ຜ່ານ​ມາ, ລັດ​ໄດ້​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ​ແລະ ວົງ​ຄະນາ​ຍາດ​ໄດ້​ເຂົ້າຮ່ວມ​ການ​ອະນຸລັກ​ຮັກສາ​ວັດທະນະທຳ, ປະຊາຊົນ​ເຂົ້າຮ່ວມ​ການ​ປະຕິສັງຂອນ​ກໍ່​ດີ​ທີ່​ສຸດ​ແຕ່​ຍັງ​ມີ​ຂໍ້ຄົງຄ້າງ​ຢູ່. ທີ່​ກອງ​ປະຊຸມ​ສຳ​ມະ​ນາຄັ້ງນີ້, ພວກ​ຂ້າພະ​ເຈົ້າຢາກ​​ຕັກ​​ເຕືອນ​ໃຫ້​ສັງຄົມ​ວ່າ: ພາລະກິດ​ອະນຸລັກ​ຮັກສາ​ພັດທະນາ​ມໍລະດົກ​ແມ່ນ​ຂອງ​ລັດ ​ແລະ ປະຊາຊົນ ​ແຕ່​ບົດບາດ​ຂອງ​ປະຊາຊົນ​ແມ່ນ​ສຳຄັນ​ທີ່​ສຸດ“.

 

 

ຂ່າວ/ບົດ​ອື່ນ