ບັ້ນກອບກູ້ເອົາຊີວິດທິມບານເຕະເຍົາວະຊົນຂອງໄທສຳເລັດຜົນ: ການນຳທົ່ວໂລກຊົມເຊີຍບັ້ນກູ້ຊີບ “ປະຕິຫານ”

(VOVWORLD) -ພາຍຫຼັງບັ້ນກູ້ເອົາຊີວິດທັງໝົດຂອງທິມບານເຕະເຍົາວະຊົນໄທ ໄດ້ທັງໝົດບັນລຸຜົນສຳເລດຢ່າງດີງາມ, ບັນດາການນຳໃນທົ່ວໂລກ ໄດ້ກ່າວສະແດງຄວາມຊົມເຊີຍບັ້ນກອບກູ້ເອົາຊີວິດທີ່ໄດ້ຮັບຖືວ່າ ປະສົບຜົນສຳເລັດ“ປະຕິຫານ” ດັ່ງກ່າວ.

ບັ້ນກອບກູ້ເອົາຊີວິດທິມບານເຕະເຍົາວະຊົນຂອງໄທສຳເລັດຜົນ: ການນຳທົ່ວໂລກຊົມເຊີຍບັ້ນກູ້ຊີບ “ປະຕິຫານ” - ảnh 1 ບັ້ນກອບກູ້ເອົາຊີວິດທິມບານເຕະເຍົາວະຊົນຂອງໄທສຳເລັດຜົນ

(ພາບ: EPA-EFE/TTXVN)

ພາຍຫຼັງໄດ້ຮັບຂ່າວວ່າ, ບັນດາກຳລັງນັກດຳນ້ຳໄດ້ຊອກເຫັນສະມາຊິກທັງໝົດຂອງທິມບານເຕະຍັງມີຊີວິດຢູ່, ວັນທີ 10 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍອວຍພອນທ່ານນາຍົກລັດຖະມົນຕີໄທ ປຣະຢຸດ ຈັນໂອຊາ ແລະ ປະຊາຊົນໄທ, ອວຍພອນໃຫ້ບັນດາສະມາຊິກໃນທິມບານເຕະໄດ້ກັບເມືອຢູ່ພ້ອມກັບຄອບຄົວໂດຍໄວ.

        ທ່ານປະທານາທິບໍດີອາເມລິກາ Donald Trump ແມ່ນໜຶ່ງໃນບັນດາຜູ້ນຳໄດ້ຊົມເຊີຍກຳລັງທຳໜ້າທີ່ພິເສດຂອງກອງທັບເຮືອໄທ ດ້ວຍບົດບາດນຳພາໃນບັ້ນກອບກູ້ເອົາຊີວິດໃນຄັ້ງນີ້. ໃນເວັບໄຊອອນລາຍ Twitter ສ່ວນຕົວ, ທ່ານ Trum ຢືນຢັນວ່າ, ເລື່ອງກູ້ກອບກູ້ເອົາຊີວິດສະມາຊິກ 12 ຄົນຂອງທິມບານເຕະທັງໝົດ ພ້ອມກັບຄູຝຶກອອກຈາກຖ້ຳແມ່ນຈຸດເວລາອັນດີງາມ ແລະ ໜ້າທີ່ໄດ້ຮັບການປະຕິບັດຢ່າງດີເລີດ.

        ໃນຂະນະນັ້ນ, ໃນເວັບໄຊອອນລາຍ Twitter, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa may ໄດ້ສະແດງຄວາມເບີກປິຕິຊົມຊື່ນກ່ຽວກັບການກອບກູ້ເອົາຊີວິດບັນດາສະມາຊິກທີ່ຖືກຕິດຄ້າງຢູ່ໃນຖ້ຳ ແລະ ເນັ້ນໜັກວ່າທົ່ວໂລກໄດ້ຕິດຕາມເຫດການດັ່ງກ່າວ ແລະ ຍາມໃດກໍ່ຈະຮັບຮູ້ຄວາມກ້າຫານຂອງທຸກໆຄົນທີ່ໄດ້ເຂົ້າຮ່ວມການກູ້ໄພໃນຄັ້ງນີ້.

        ນອກນັ້ນ, ບັນດານັກການເມືອງ, ຜູ້ມີຊື່ສຽງຫຼາຍຄົນກໍ່ໄດ້ສະແດງຄວາມຊົມເຊີຍເຫດການດັ່ງກ່າວ.

        ໄລ່ຮອດເວລາ 20 ໂມງ 6 ນາທີ, ຜູ້ປະສົບເຄາະຮ້າຍສຸດທ້້າຍກໍໄດ້ພາຕົວອອກຈາກຖ້ຳ. ເດັກ 4 ຄົນ ແລະ ຄູຝຶກຂອງທິມບານເຕະລ້ວນແຕ່ນຳໄດ້ເຂົ້າເຖິງໂຮງໝໍຢູ່ແຂວງຊຽງລາຍ ໃນເວລາ 20 ໂມງ 55 ນາທີ.

        ໄທ ໄດ້ສິ້ນສຸດການບັ້ນກອບກູ້ເອົາຊີວິດຜູ້ປະສົບເຄາະຮ້າຍທີ່ຖືກຕິດຄ້າງຢູ່ຖ້ຳຫຼວງ ນາງນອນ ເປັນເວລາຫຼາຍກວ່າ 17 ວັນຢ່າງດີງາມ.

ຕອບກັບ

ຂ່າວ/ບົດ​ອື່ນ