ບັນຊີລາຍຊື່ຄະນະງານສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

(VOVWORLD) - ຄະນະງານສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ລວມມີສະມາຊິກ 35 ທ່ານ, ໂດຍທ່ານ ໂຕເລິມ, ກຳມະການກົມການເມືອງ, ປະທານປະເທດແຫ່ງ ສສ.ຫວຽດນາມ ເປັນຫົວໜ້າຄະນະ.
ໃນຄະນະງານສົບຍັງມີທ່ານ ຟ້າມມິງຈິງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ; ທ່ານ ເຈິ່ນແທັງເໝີນ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດແຫ່ງ ສສ.ຫວຽດນາມ; ທ່ານ ເລືອງເກື່ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ; ທ່ານ ໂດ້ວັນຈຽນ, ກຳມະການກົມການເມືອງ, ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ