ບັ້ນຊອກຫາບັນດາຜູ້ປະສົບເຄາະຮ້າຍໃນເຫດເຮືອບິນຕົກຢູ່ອິນໂດເນເຊຍ ຈະດໍາເນີນເປັນເວລາ 7 ວັນ

(VOVWORLD) -ການເຄື່ອນໄຫວຊອກຫາ ແລະ ກູ້ໄພກູ້ຊີບ ຍັງຄົງສືບຕໍ່ໄດ້ດໍາເນີນຢ່າງຮີບຮ້ອນ

        ທີ່ກອງປະຊຸມຂ່າວໃນວັນທີ 30 ຕຸລາ, ກ່ຽວຂ້ອງເຖິງເຫດເຮືອບິນບໍລິສັດ Lion Air ໝາຍເລກ JT 610 ຕົກ ເມື່ອວັນທີ 29 ຕຸລາ ຜ່ານມາ, ທ່ານ Didi Hamzar, ຕາງໜ້າອົງການກູ້ໄພກູ້ຊີບແຫ່ງຊາດ ອິນໂດເນເຊຍ ໃຫ້ຮູ້ວ່າ ການເຄື່ອນໄຫວຊອກຫາເຮືອບິນຖືກອຸບັດຕິເຫດນັ້ນ ຄາດວ່າ ຈະດໍາເນີນເປັນເວລາ 7 ວັນ ແລະ ຫຼັງຈາກນັ້ນ ຖ້າຫາກຍັງມີບັນດາຜູ້ປະສົບເຄາະຮ້າຍທີ່ຊອກຍັງບໍ່ທັນເຫັນ, ບັ້ນຊອກຫາດັ່ງກ່າວ ຈະໄດ້ແກ່ຍາວໄປຕື່ມອີກ 03 ວັນ.

        ໃນຂະນະນັ້ນ, ການເຄື່ອນໄຫວຊອກຫາ ແລະ ກູ້ໄພກູ້ຊີບ ຍັງຄົງສືບຕໍ່ໄດ້ດໍາເນີນຢ່າງຮີບຮ້ອນ. ບັນດາຊ່າງດໍານໍ້າ  ແລະ ອຸປະກອນຊອກຫາ ໄດ້ນໍາລົງໄປໃຕ້ນໍ້າດ້ວຍຄວາມເລິກ 35 ແມັດ.  ໂດຍລວມທັງໝົດມີກໍ່າປັ່ນ 35 ລໍາ ແລະ ຊ່າງດໍານໍ້າ 50 ຄົນ ພ້ອມດ້ວຍ ພາລະກອນນັບຮ້ອຍຄົນໄດ້ເຂົ້າຮ່ວມການຊອກຫາ, ກູ້ໄພກູ້ຊີບດັ່ງກ່າວ.

        ກ່ອນໜ້ານັ້ນ, ທ່ານ Soerjanto Tjahjono ປະທານຄະນະກໍາມະການຄວາມປອດໄພການຄົມມະນາຄົມ ອິນໂດເນເຊຍ ໃຫ້ຮູ້ວ່າ ມີນັກຊ່ຽວຊານກຸ່ມໜຶ່ງຂອງ ສິງກະໂປ ຈະ ໄປຮອດສະຖານທີ່ເກີດເຫດໂດຍກົງ ເພື່ອໜູນຊ່ວຍການຊອກຫາຜູ້ປະສົບເຄາະຮ້າຍ ແລະ ເຮືອບິນລໍາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ