ບັນຍາກາດຄຶກຄື້ນໃນຕະຫຼາດປຶ້ມຂອງເດັກຍາມພັກແລ້ງ


    ບັນຍາກາດຄຶກຄື້ນໃນຕະຫຼາດປຶ້ມຂອງເດັກຍາມພັກແລ້ງ - ảnh 1
ບັນ​ດາ​ສຳ​ນັກ​ພິມ​ຈຳ​ໜ່າຍ, ຫົວ​ໜ່ວຍ​ຜະ​ລິດ​ປຶ້ມ​ໄດ້​ຈຳ​ໜ່າຍ​ສິ່ງ​ພິມຫຼາຍ​ຢ່າງ​ທີ່​ສະ​ຫງວນ​ໃຫ້​ເດັກ    (baothieunhi.com)

(vovworld)- ​ເນື່ອງ​ໃນ​ໂອ​ກາດ​ວັນ​ເດັກ​ສາ​ກົນ 1/6 ແລະ ລະ​ດູ​ແລ້ງ​ປີ 2016, ບັນ​ດາ​ສຳ​ນັກ​ພິມ​ຈຳ​ໜ່າຍ, ຫົວ​ໜ່ວຍ​ຜະ​ລິດ​ປຶ້ມ​ໄດ້​ຈຳ​ໜ່າຍ​ສິ່ງ​ພິມຫຼາຍ​ຢ່າງ​ທີ່​ສະ​ຫງວນ​ໃຫ້​ເດັກ. ມີ​ປຶ້ມ​ວັນ​ນະ​ຄະ​ດີ​ຕ່າງ​ປະ​ເທດ​ທີ່​ໂດດ​ເດັ່ນ​ກໍ​ຖືກ​ນຳ​ສະ​ເໜີ​ຕໍ່​ຜູ້​ອ່ານ​ເນື່ອງ​ໃນ​ໂອ​ກາດນີ້. ທ່ານ​ນາງ ວູ້​ກີງ​ລຽນ ຫົວ​ໜ້າ​ຄະ​ນະ​ບັນ​ນາ​ທິ​ການ, ຮອງ​ຜູ້​ອຳ​ນວຍ​ການ​ສຳ​ນັກ​ພິມ ກິມ​ດົງ ໃຫ້​ຮູ້​ວ່າ : 

    “ ແຜ​ນ​ນະ​ໂຍ​ບາຍ​ຂອງ ສຳ​ນັກ​ພິມແມ່ນ​ຍາມ​ໃດ​ກໍ​ມີ​ຄວາມ​ຫວັງ​ຢາກ​ຊອກ​ຫາ​ບັນ​ດາ​ຫົວ​ເລື່ອງ​ໃໝ່​ໃຫ້​ແກ່​ພວກ​ນ້ອງ​ເຍົາ​ວະ​ຊົນ ກໍ​ຄື​ຮັກ​ສາ​ຄວາມ​ງາມ, ສຸດ​ຈະ​ລິດ ແລະ ສັດ​ຊື່​ບໍ​ລິ​ສຸດ​ໃນ​ບັນ​ດາ​ປຶ້ມ​ອ່ານ​ສຳ​ລັບ​ເດັກ​. ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ບັນ​ດາ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ​ໂດຍ​ຖືກ​ແປ​ຈາກ​ພາ​ສາ​ຕ່າງ​ປະ​ເທດ ສ່ວນຫຼາຍ​ໄດ້​ດຶງ​ດູດ​ຜູ້​ອ່ານ​ໄວ​ເດັກ​ຢ່າງຫຼວງຫຼາຍ ຍ້ອນ​ການ​ຈ​ັດ​ພິມ​ງາມ​ຕ​າ ແລະ ອຸ​ດົມ​ສົມ​ບູນ, ເນື້ອ​ໃນ​ຂອງ​ບັນ​ດາ​ເລື່ອງ​ລາວ​ກໍ​ປະ​ທັບ​ໃຈ​ ”

     ສ່ວນ​ນາງ ບຸຍ​ທິ​ທູ​ຮົ່ງ ມີ​ລູກ​ເປັນ​ນັກ​ຮຽນ​ປະ​ຖົມ​ໃຫ້​ຮູ້​ວ່າ : 

   “ ຄອບ​ຄົວ​ຂ​້າ​ພະ​ເຈົ້າເຄີຍ​ແນະ​ນ​ຳ​ໃຫ້​ຫຼານ​ອ່ານ​ປຶ້ມ​ທີ່​ມີ​ຫົວ​ເລື່ອງ​ກ່ຽວ​ກັບ​ການ​ສຶ​ກ​ສາ, ຍົກ​ຕົວ​ຢ່າງ​ເຊັ່ນ ເລື່ອງ​ລາວ​ສັ້ນ ແຕ​່​ບົດ​ຮຽນ​ໃຫຍ່. ປຶ້ມ​ປະ​ເພດນີ້​ແມ່ນ​ມີ​ຄຸນ​ຄ່າຫຼາຍ​ຢ່າ​ງ​ເພາະ​ພວກ​ລູກ​ຈະ​ສາ​ມາດ​ຖອດ​ຖອນບົດ​ຮຽນຫຼາຍ​ຢ່າງ​ໃຫ້​ແກ່​ຕົນ​ເອງ ”
ຂ່າວ/ບົດ​ອື່ນ