ຊາວ​ໜຸ່ມ​ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດອ​ວາຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ

(VOVWORLD) -  ຜ່ານການເດີນທາງນີ້, ບັນດາເພື່ອນໜຸ່ມ ໄດ້ມີໂອກາດຊອກຮູ້ກ່ຽວກັບປະຫວັດສາດ, ສະຖາປັດຕະຍາກຳທີ່ເປັນເອກະລັກຂອງເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ.
ຊາວ​ໜຸ່ມ​ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດອ​ວາຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ - ảnh 1ຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສ ຢູ່ຕ່າງປະເທດ ເກືອບ 120 ຄົນ ເຂົ້າຮ່ວມຄ້າຍພັກແລ້ງ ຫວວຽດນາມ ປີ 2024 

ວັນທີ 15 ກໍລະກົດ, ມີຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສ ຢູ່ຕ່າງປະເທດ ເກືອບ 120 ຄົນ ທີ່ເຂົ້າຮ່ວມຄ້າຍພັກແລ້ງ ຫວວຽດນາມ ປີ 2024 ໄດ້ເດີນທາງໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ວິຫານຮຸ່ງ, ຢູ່ນະຄອນ ຫວຽດຈີ່, ແຂວງ ຝູທໍ້, ເປີດສາກລາຍການຄົ້ນຫາກົກເຄົ້າເຫງົ້າກໍ່ຂອງຊາດ, ໃນນັ້ນ ມີຫຼາຍຄົນມາຢ້ຽມຢາມເຂດດິນແດນແຫ່ງສັກສິດນີ້ເປັນຄັ້ງທຳອິດ. ເຂົ້າເຈົ້າບໍ່ສາມາດຊຸກເຊື່ອງຄວາມຕື້ນຕັນໃຈໄດ້. ນ້ອງ ເຈິ່ນອຽນວີ, ອາຍຸ 16 ປີ ມາຈາກ ຣູມານີ ແບ່ງປັນວ່າ:

              “ກ່ອນນີ້, ຂ້າພະເຈົ້າບໍ່ເຄີຍມາຢາມວິຫານຮຸ່ງ ຈັກເທື່ອ. ໄດ້ມາຢາມສະຖານທີ່ແຫ່ງນີ້, ຂ້າພະເຈົ້າຮູ້ສຶກໂຊກດີຫຼາຍ ເມື່ອໄດ້ຢ້ຽມຊົມຄວາມງາມຂອງບ້ານເກີດເມືອງນອນ. ໄປນຳມີໝູ່ເພື່ອນຫຼາຍຄົນ ມ່ວນຫຼາຍ  ແລະ ມີການລົງຕົວຈິງທີ່ຈັບໃຈ.”

ຊາວ​ໜຸ່ມ​ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດອ​ວາຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ - ảnh 2ບັນດາເພື່ອນໜຸ່ມ, ນັກສຶກສາ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ຖະຫວາຍທູບທຽນ

              ຜ່ານການເດີນທາງນີ້, ບັນດາເພື່ອນໜຸ່ມ ໄດ້ມີໂອກາດຊອກຮູ້ກ່ຽວກັບປະຫວັດສາດ, ສະຖາປັດຕະຍາກຳທີ່ເປັນເອກະລັກຂອງເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ. ນີ້ແມ່ນກິດຈະກຳທຳອິດທີ່ມີຄວາມໝາຍຂອງຄ້າຍພັກແລ້ງ ຫວຽນາມ 2024. ຄ້າຍພັກແລ້ງ ຫວຽດນາມ 2024 ຈະສືບຕໍ່ມີຫຼາຍກິດຈະກຳທີ່ຈັບອົກຈັບໃຈກວ່າ, ໝັ້ນໝາຍວ່າຈະຊ່ວຍໃຫ້ຊາວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດ ມີການສຳຜັດທີ່ເປັນອະນຸສອນຫຼາຍຢ່າງກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ.

ລານເຟືອງ VOV5

ຕອບກັບ

ຂ່າວ/ບົດ​ອື່ນ