ວິ​ສາ​ຫະ​ກິດ​ ເອີ​ຣົບ ຕັ້ງ​ຄວາມ​ຫວັງ ຫວຽດ​ນາມ ຊຸກ​ຍູ້​ນະ​ໂຍ​ບາຍ​ຮັກ​ສາ​ທ່າ​ເຕີບ​ໂຕ

(VOVWORLD) -    ວັນທີ 15 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ, ສະຫະສະມາຄົມວິສາຫະກິດເອີຣົບ ຢູ່ ຫວຽດນາມ (EuroCham) ປະກາດບົດລາຍງານດັດຊະນີຄວາມໄວ້ວາງໃຈດຳເນີນທຸລະກິດ (BCI) ໄຕມາດທີ II ປີ 2024 ໄດ້ຊີ້ໃຫ້ເຫັນວ່າ ດັດຊະນີນີ້ໄດ້ຫຼຸດລົງເລກໜ້ອຍ ບັນລຸ 51,3% ແລະ ປະຊາຄົມວິສາຫະກິດ ຫວັງວ່າ ຫວຽດນາມ ຈະສືບຕໍ່ຊຸກຍູ້ນະໂຍບາຍຮັກສາການເຕີບໂຕ.
ວິ​ສາ​ຫະ​ກິດ​ ເອີ​ຣົບ ຕັ້ງ​ຄວາມ​ຫວັງ ຫວຽດ​ນາມ ຊຸກ​ຍູ້​ນະ​ໂຍ​ບາຍ​ຮັກ​ສາ​ທ່າ​ເຕີບ​ໂຕ - ảnh 1ບໍລິສັດ SCAVI ເຫວ້  ທີ່ດຶງດູດເງິນລົງທຶນຈາກ ຝລັ່ງ (ພາບປະກອບ: TTXVN)

ຕາມທ່ານ Dominik Meichle, ປະທານ EuroCham ຫວຽດນາມ ແລ້ວ, ກຳລັງບົ່ມຊ້ອນດ້ານເສດຖະກິດຂອງ ຫວຽດນາມ ແມ່ນບໍ່ອາດປະຕິເສດໄດ້ ແລະ ປະຊາຄົມວິສາຫະກິດ ເອີຣົບ ຍັງຄົງເຊື່ອໝັ້ນຕໍ່ການເຕີບໂຕໃນໄລຍະຍາວຂອງ ຫວຽດນາມ. ເຖິງວ່າການສຳຫຼວດໄດ້ຍົກອອກບັນດາຂົງເຂດທີ່ຕ້ອງປັບປຸງ, ແຕ່ Eurocham ເຊື່ອໝັ້ນວ່າ ເລື່ອງຊຸກຍູ້ການຮ່ວມມືແກ້ໄຂບັນດາຮົ້ວກີດຂວາງດ້ານລະບຽບການບໍລິຫານ ແລະ ຂໍ້ກຳນົດ ຈະສ້າງສະພາບແວດລ້ອມດຳເນີນທຸລະກິດທີ່ມີປະສິດທິຜົນ ແລະ ດຶງດູດນັກລົງທຶນຫຼາຍກວ່າ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງປະຊາຄົມວິສາຫະກິດ ເອີຣົບ ແລະ ຫວຽດນາມ.

   ຜົນການສຳຫຼວດດັດຊະນີ BCI ຍັງຊີ້ໃຫ້ເຫັນວ່າ ສະພາບດຳເນີນທຸລະກິດທີ່ເຕັມໄປດ້ວຍສີສັນ ເຊັ່ນ ວິວັດທະນາການຫຼຸດການປ່ອຍອາຍພິດກາກບອນລົງເປັນ 0 ແມ່ນຂໍ້ກຸນແຈເພື່ອດຶງດູດ FDI ທີ່ມີຄຸນນະພາບຈາກ ເອີຣົບ. ເລື່ອງເຊັນອະນຸສັນຍາກ່ຽວກັບຂໍ້ຕົກລົງຊື້ຂາຍໄຟຟ້າໂດຍກົງ (DPPA) ໄດ້ນຳມາເຊິ່ງຄວາມຫວັງຊຸກຍູ້ການປະຕິບັດຢ່າງວ່ອງໄວ ແລະ ສາມາດແກ້ໄຂສິ່ງທ້າທາຍຈຳນວນໜຶ່ງ ດ້ວຍວິທີປົວແປງຄວາມສາມາດສຳຜັດແຫຼ່ງພະລັງງານສະອາດ, ກໍຄືສົ່ງເສີມການພັດທະນາແບບຍືນຍົງໃຫ້ດີກວ່າ.

  


ຕອບກັບ

ຂ່າວ/ບົດ​ອື່ນ