ຜູ້​ອຳ​ນວຍ​ການ Google ອາ​ຊີ - ປາ​ຊີ​ຟິກ: ພື້ນ​ຖານ​ເສ​ດ​ຖະ​ກິດ​ດີ​ຈີ​ຕອນ​ຂອງ ຫວຽດ​ນາມ ຈະ​ເຕີບ​ໂຕ​ທົບ 11 ເທົ່າ ໃນ​ປີ 2030

(VOVWORLD) - ພື້ນຖານເສດຖະກິດດີຈີຕອນໃນປັດຈຸບັນຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເຕີບໂຕຢ່າງກະໂດດຂັ້ນ, ບັນລຸມູນຄ່າ 100 ຕື້ USD (ທົບ 8 ເທົ່າ ພາຍໃນຮອບເວລາ 8 ປີ) ແລະ ໄດ້ຮັບການຄາດຄະເນວ່າ ອາດຈະຂຶ້ນເຖິງ 835 ຕື້ USD ໃນປີ 2030 ດ້ວຍປັນຍາປະດິດ (AI). 
ຜູ້​ອຳ​ນວຍ​ການ Google ອາ​ຊີ - ປາ​ຊີ​ຟິກ: ພື້ນ​ຖານ​ເສ​ດ​ຖະ​ກິດ​ດີ​ຈີ​ຕອນ​ຂອງ ຫວຽດ​ນາມ ຈະ​ເຕີບ​ໂຕ​ທົບ 11 ເທົ່າ ໃນ​ປີ 2030 - ảnh 1ທ່ານ Marc Woo, ຜູ້ອຳນວຍການຝ່າຍບໍລິຫານ Google ຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ

ເມື່ອແບ່ງປັນໃນລາຍການ ສ້າງອະນາຄົດ AI ຫວຽດນາມ ໂດຍສູນນະວັດຕະກຳແຫ່ງຊາດ (NIC), ກະຊວງແຜນການ ແລະ ການລົງທຶນ ແລະ Google ຫາກໍເລີ່ມຕົ້ນການເຄື່ອນໄຫວໃນທ້າຍອາທິດຜ່ານມາ, ຢູ່ຮ່າໂນ້ຍ, ທ່ານ Marc Woo, ຜູ້ອຳນວຍການຝ່າຍບໍລິຫານ Google ຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ, ໃຫ້ຮູ້ວ່າ ພື້ນຖານເສດຖະກິດດີຈີຕອນໃນປັດຈຸບັນຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເຕີບໂຕຢ່າງກະໂດດຂັ້ນ, ບັນລຸມູນຄ່າ 100 ຕື້ USD (ທົບ 8 ເທົ່າ ພາຍໃນຮອບເວລາ 8 ປີ) ແລະ ໄດ້ຮັບການຄາດຄະເນວ່າ ອາດຈະຂຶ້ນເຖິງ 835 ຕື້ USD ໃນປີ 2030, ດ້ວຍປັນຍາປະດິດ (AI). ພິເສດ ໃນນັ້ນ, ພື້ນຖານເສດຖະກິດດີຈີຕອນຂອງ ຫວຽດນາມ ຈະເຕີບໂຕທົບ 11 ເທົ່າໃນປີ 2030 ແລະ ບັນລຸ 220 ຕື້ USD, ເທົ່າກັບເຄິ່ງໜຶ່່ງ GDP ປັດຈຸບັນຂອງ ຫວຽດນາມ.

        “ຫວຽດນາມ ມີປະຊາກອນໜຸ່ມ ແລະ ມີຄວາມຮູ້ກ່ຽວກັບເຕັກໂນໂລຢີ. ປະຊາຄົມວິສາຫະກິດເລີ່ມຕົ້ນທຸລະກິດຢ່າງຂະຫຍັນຂັນເຄື່ອນ ກໍຄືການສົ່ງເສີມຈາກ ລັດຖະບານ, ບັນດາກະຊວງ, ຂະແໜງການ. ລັດຖະບານ ຫວຽດນາມ ມີຍຸດທະສາດ AI ແຫ່ງຊາດ ເພື່ອຊຸກຍູ້ພື້ນຖານເສດຖະກິດດີຈີຕອນ. ຕາມການຄາດຄະເນຂອງ Google ແລ້ວ, ພື້ນຖານເສດຖະກິດ ເອເລັກໂຕນິກຂອງ ຫວຽດນາມ ໄດ້ຮັບຖືວ່າ ຈະເຕີບໂຕຢູ່ໃນລະດັບກະໂດດຂັ້ນ. ລະບົບນິເວດເລີ່ມຕົ້ນທຸລະກິດທີ່ຟົດຟື້ນຂອງ ຫວຽດນາມ ໄດ້ພັດທະນາຂຶ້ນເຖິງກວ່າ 4000 ບໍລິສັດ, ເຊິ່ງພວມແກ້ງແຍ້ງກັບ ສິງກະໂປ”.


ຕອບກັບ

ຂ່າວ/ບົດ​ອື່ນ