ບັນຍາກາດຕ້ອນຮັບປີໃໝ່ ຄ.ສ 2016 ຢູ່ບັນດາທ້ອງຖິ່ນທົ່ວປະເທດຫວຽດນາມ

  ບັນຍາກາດຕ້ອນຮັບປີໃໝ່ ຄ.ສ 2016 ຢູ່ບັນດາທ້ອງຖິ່ນທົ່ວປະເທດຫວຽດນາມ - ảnh 1
ບັນ​ຍາ​ກາດ​ຕ້ອນ​ຮັບ​ປີ​ໃໝ່ ຄ.ສ 2016 ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ​ຢູ່ຫຼາຍ​ບ່ອນ​ໃນ​ນະ​ຄອນຫຼວງ​ຮ່າ​ໂນ້ຍ
(vovworld)-   ຕອນ​ຄ່ຳ​ວັນ​ທີ 31/12, ບັນ​ຍາ​ກາດ​ຕ້ອນ​ຮັບ​ປີ​ໃໝ່ ຄ.ສ 2016 ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ​ຢູ່ຫຼາຍ​ບ່ອນ​ໃນ​ນະ​ຄອນຫຼວງ​ຮ່າ​ໂນ້ຍ. ຢູ່​ອະ​ນຸ​ສາ​ວະ​ລີ ຫຼີ​ທ້າຍ​ໂຕ ໄດ້​ຈັດ​ໃຫ້​ມີ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຕ້ອນ​ຮັຍ​ປີ​ໃໝ່ ອັນ​ໄດ້​ດຶງ​ດູດ​ຊາວ​ນະ​ຄອນຫຼວງ​ມາ​ຊົມ​ຢ່າງຫຼວງຫຼາຍ. ນາງ ເຈີນ​ແທງ​ມາຍ ອາ​ຈານ​ສອນ​ຢູ່​ໂຮງ​ຮຽນ​ວິ​ທະ​ຍາ​ໄລ ວີ​ລາ​ເຊ​ຣາ ໃຫ້​ຮູ້​ວ່າ :

     “ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ບັນ​ຍາ​ກາດ​ຕ້ອນ​ຮັບ​ປີ​ໃໝ່ປີນີ້ ຟົດ​ຟື້ນກວ່າ​ທຸກ​ປີ, ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຕ້ອນ​ຮັບ​ປີ​ໃໝ່​ກໍ​ມີ​ຄວາມ​ເປັນ​ເອ​ກະ​ລັກ​ກວ່າ ​ອັນ​ໄດ້​ດຶງ​ດູດ​ຜູ້​ມາ​ຊົມ​ຢ່າງຫຼວງຫຼາຍ. ອາ​ກາດ​ຍາມ​ທ້າຍ​ປີ​ແມ່ນ​ໜາວ​ຈັດ, ແຕ່​ດ້ວຍ​ຄວາມ​ສຸດ​ອົກສຸດ​ໃຈ​ຂອງ​ນັກ​ສິ​ລະ​ປີນ, ລາຍ​ການ​ສະ​ແດງ​ໄດ້​ສ້າງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ໃຫ້​ຜູ້​ຊົ​ມທັງຫຼາຍ ”

      ແລະ ກໍ​ໃນ​ຕອນ​ຄ່ຳ​ວັນ​ທີ 31/12, ຢູ່​ນະ​ຄອນ​ດ່ານັ້ງ, ໄດ້​ຈັດ​ຕັ້ງ​ການ​ຍິງບັ້ງ​ໄຟ​ດອກບົນ​ທະ​ເລ, ​ອັນ​ໄດ້​ດຶງ​ດູດ​ຜູ້​ມາ​ຊົມ​ຢ່າງຫຼວງຫຼາຍ. ທ້າວ ເລ​ວັນ​ຢຸ້ງ, ຢູ່​ເມືອງ​ເຊີນ​ຈາ ນະ​ຄອນ​ດານັ້ງ ເວົ້າ​ວ່າ :

     “ ປີ 2015, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ນະ​ຄອນ​ດ່ານັ້ງ ມີຫຼາຍ​ຂົງ​ເຂດ​ໄດ້​ພັດ​ທະ​ນາດີກວ່າ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນໆ. ດ້ວຍ​ທ່າ​ຂະ​ຫຍາຍ​ຕົວ​ນີ້, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ ກ້າວ​ເຂົ້າ​ສູ່​ປີ 2016, ຊາວ​ດານັ້ງ​ຈະ​ສືບ​ຕໍ່​ຍາດ​ໄດ້​ບັນ​ດາ​ຜົນ​ງານ​ໃໝ່ ທີ່​ຍິ່ງ​ໃຫຍ່ກວ່າ​ເກົ່າ. ”

      ສ່ວນ​ນະ​ຄອນ​ໂຮ່​ຈິ​ມິນ, ປີນີ້​ກໍ​ໄດ້​ຈັດ​ຕັ້ງ​ການ​ຍິງບັ້ງ​ໄຟ​ດອກ ຢູ່​ສະ​ຖານ​ທີ່ 2 ແຫ່ງຄື ຢູ່​ບໍ​ລິ​ເວນ ທາງ​ອຸ​ໂມງ​ຂ້າມ​ແມ່​ນ້ຳ​ໄຊ​ງ່ອນທີ່​ເມືອງ 2, ແລະ ສວນ​ສາ​ທາ​ລະ​ນະ​ວັດ​ທະ​ນະ​ທຳ ເດີມ​ແຊນ ທີ່ມ​ເມືອງ 11. ​ອັນ​ໄດ້​ດຶງ​ດູດ​ຜູ້​ມາ​ຊົມ​ຢ່າງຫຼວງຫຼາຍ.
ຂ່າວ/ບົດ​ອື່ນ