ບັ​ນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ​ໃນ​ການ​ແຂ່ງ​ຂັນ​ຫໍ່​ເຂົ້າ​ຕົ້ມ​ຂອງ​ຊາວ ຫວຽດ​ນາມ ອາ​ໄສ​ ຢູ່ ສິງກະໂປ

(VOVWORLD) -ໃນລະຫວ່າງວັນທີ 15 – 16 ມັງກອນ ຢູ່ ສຳນັກງານສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຈັດການແຂ່ງຂັນຫໍ່ເຂົ້າຕົ້ມ, ບັນແຕັດ ແລະ ປະດັບປະດາ, ວາງສະແດງຜົນງານດ້ວຍຫົວຂໍ້ “ບຸນເຕັດຫວຽດ” ຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ສິງກະໂປ.
ບັ​ນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ​ໃນ​ການ​ແຂ່ງ​ຂັນ​ຫໍ່​ເຂົ້າ​ຕົ້ມ​ຂອງ​ຊາວ ຫວຽດ​ນາມ ອາ​ໄສ​ ຢູ່ ສິງກະໂປ - ảnh 1ບັນຍາກາດເບີກບານມ່ວນຊື່ນໃນການແຂ່ງຂັນຫໍ່ເຂົ້າຕົ້ມຂອງຊາວ ຫວຽດນາມ ອາໄສ ຢູ່ ສິງກະໂປ (ພາບ: TTXVN)

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ “ຕ້ອນຮັບລະດູບານໃໝ່ປີຂານ” ໂດຍສະຖານທູດ ຫວຽດນາມ, ຄະນະຕິດຕໍ່ພົວພັນປະຊາຄົມຊາວ ຫວຽດນາມ ແລະ ສະມາຄົມນັກສຶກສາ ຫວຽດນາມ ຢູ່ ສິງກະໂປ ສົມທົບກັນຈັດຂຶ້ນ ໃນໂອກາດບຸນເຕັດ ແລະ ລະດູບານໃໝ່ ວຽນມາ.

ການແຂ່ງຂັນດັ່ງກ່າວ ໄດ້ດຶງດູດ 11 ທິມເຂົ້າຮ່ວມ, ແຕ່ລະທິມ ລວມມີ 2 ຄົນ, ເຊິ່ງຢູ່ໃນໄວອາຍຸທີ່ແຕກຕ່າງກັນ. ບັນຍາກາດເບີກບານມ່ວນຊື່ນ, ຄຶກຄື້ນ ບໍ່ຕ່າງຫຍັງກັບບັນຍາກາດຂອງວັນທີ 30 ບຸນເຕັດຢູ່ບ້ານເກີດເມືອງນອນ. ພາຍຫຼັງການແຂ່ງຂັນຫໍ່ເຂົ້າຕົ້ມ, 11 ທິມ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ ສິງກະໂປ, ພັນລະຍາພະນັກງານສະຖານທູດ ພ້ອມດ້ວຍບັນດາອົງການຜູ້ຕາງໜ້າ ແລະ ສະມາຊິກຄະນະຕິດຕໍ່ພົວພັນ ສືບຕໍ່ຫໍ່ເຂົ້າຕົ້ມ 100 ກ້ອນ ແລະ ກະກຽມຂອງຂວັນ 100 ພູດ ເພື່ອມອບໃຫ້ນັກຮຽນ, ນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ສິງກະໂປ ເນື່ອງໃນໂອກາດບຸນປີໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ