ບັນຍາກາດເຮັດວຽກໃນຊຸມມື້ໃກ້ຈະຮອດບຸນປີໃໝ່ຢູ່ໂຮງງານກັ່ນນ້ຳມັນ ຢຸງກວ໋ດ

ບັນຍາກາດເຮັດວຽກໃນຊຸມມື້ໃກ້ຈະຮອດບຸນປີໃໝ່ຢູ່ໂຮງງານກັ່ນນ້ຳມັນ ຢຸງກວ໋ດ - ảnh 1
(ພາບປະກອບ)
(vovworld) -     ​ໃນ​ຊຸມ​ມື​້ໃກ້​ຈະ​ຮອດ​ບຸນປີ​ໃໝ່, ບັນຍາກາດ​ເຮ​ັດວຽກ​ຢູ່​ສູນ​ບັນຊາໂຮງງານ​ກັ່ນ​ນ້ຳມັນ ຢຸງກວ໋ດ ຍັງ​ດຳ​ເນີນ​ໄປ​ເປັນ​ປົກກະຕິ. ຖັນ​ແຖວ​ນັກວິຊາວະ​ກອນ​ເຮ​ັດວຽກ​ຢູ່​ທີ່​ນີ້​ລ້ວນ​ແຕ່​ແມ່ນ​ຊາວ​ຫວຽດນາມ. ປີ 2012, ວຽກງານ​ເຄື່ອນ​ໄຫວ​ຕົ້ນ​ຕໍ່​ລ້ວນ​ແຕ່​ແມ່ນ​ຜູ້​ຊ່ຽວຊານ​ຕ່າງປະ​ເທດ​ຮັບຜິດຊອບ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ການ​ເຕີບ​ໃຫຍ່​ຂອງ​ຖັນ​ແຖວນັກວິຊາວະ​ກອນຫວຽດນາມ ​ໃນ​ເລື່ອງ​ກຳ​ແໜ້ນ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ​ກ່ຽວ​ກັບ​ການ​ກັ່ນ​ນ້ຳມັນ. ນັກວິຊາ​ວະກອນ ຟ້າ​ມວັນ​ຮ່ວາງ, ບ້ານ​ເກີດ​ຢູ່​ແຂວງ ບັກ​ຢາງ ​ເຮັດ​ວຽກ​ຢູ່ໂຮງງານ​ກັ່ນ​ນ້ຳມັນ ຢຸງກວ໋ດ ​ມາໄດ້ 5 ປີ​ແລ້ວ ​ແບ່ງປັນ​ວ່າ.

        “ບຸນ​ປີ​ໃໝ່​ປີ​ນີ້ຂ້າພະ​ເຈົ້າ​ປະຈຳການ. ​ເຖິງ​ວ່າ​ຫ່າງ​ຈາກ​ບ້ານ​ເກີດ​​ເມືອງ​ນອນ ​ແລະ ຄິດ​ຮອດ​ຄອບຄົວ​ກໍ​ຕາມ, ​​​ແຕ່ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ການ​ນຳ​ໂຮງງານ ພວກຂ້າພະ​ເຈົ້າ​ກໍຮູ້ສຶກ​​ໄດ້ວ່າ ​ເຖິງ​ບັນຍາກາດບຸນປີ​ໃໝ່​ມີຄວາມອົບ​ອຸ່ນທີ່ສຸດ. ຢູ່​ທີ່​ນີ້, ອ້າຍ​ນ້ອງ​ປະຈຳການ​ຫຼາຍ​ຄົນ. ​ຍາມ​ໃດ​ຂ້າພະ​ເຈົ້າ​ກໍຖື​ໜ້າ​ທີ່​ຮັບຜິດຊອບ​ເປັນ​ສຳຄັນ”.

ຂ່າວ/ບົດ​ອື່ນ