(vovworld) - ຕອນເຊົ້າວັນທີ 05/09, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2016 – 2017 ຢູ່ໂຮງຮຽນມັດທະຍົມຕອນປາຍ ຮ່າໂນ້ຍ - Amsterdam. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ເຈີນດ້າຍກວາງ ຊີ້ແຈ້ງວ່າ, ສົກຮຽນໃໝ່ 2016 – 2017 ມີຄວາມໝາຍສຳຄັນ ເພື່ອແນໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ຍຸດທະສາດພັດທະນາການສຶກສາຮອດປີ 2020, ສະນັ້ນ, ໂຮງຮຽນມັດທະຍົມຕອນປາຍ ຮ່າໂນ້ຍ - Amsterdam ຕ້ອງສ້າງໂຮງຮຽນໃຫ້ເປັນໃຈກາງການສຶກສາທີ່ມີຄຸນນະພາບຂອງນະຄອນຫຼວງ ແລະ ຂອງທົ່ວປະເທດ.
ແລະກໍໃນຕອນເຊົ້າວັນທີ 05/09, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນດິ່ງຈ້ຽວ - ເຊິ່ງແມ່ນໂຮງຮຽນທີ່ສອນໃຫ້ນັກຮຽນພິການຕາຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີໄຂສົກຮຽນໃໝ່, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຈະສືບຕໍ່ພ້ອມກັບສະພາສຶກສາແຫ່ງຊາດປ່ຽນໃໝ່ການສຶກສາໃຫ້ບັນລຸຜົນສຳເລັດ.
ໃນຂະນະນັ້ນ, ຕອນເຊົ້າວັນທີ 05/09, ຢູ່ນະຄອນ ວູງເຕົ່າ, ແຂວງ ບ່າເຮີຍວູງເຕົ່າ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2016 – 2017 ຢູ່ໂຮງຮຽນມັດທະຍົມຕອນປາຍ ເລກຸຍດົນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ.
“ຂ້າພະເຈົ້າເຊື່ອໝັ້ນວ່າ, ຄວາມເຊື່ອໝັ້ນຂອງພັກ ແລະ ລັດ, ຄວາມເຊື່ອໝັ້ນຂອງບັນດາພໍ່ແມ່ນັກຮຽນແຂວງ ບ່າເຮີຍວູງເຕົ່າ ເມື່ອລູກໄດ້ມາຮຽນຢູ່ໂຮງຮຽນນີ້ ຈະຕັ້ງຄວາມຫວັງກ່ຽວກັບຜົນງານໃນການສິດສອນ ແລະ ຮ່ຳຮຽນຂອງຄູ ແລະ ນັກຮຽນ. ສະນັ້ນ, ສົກຮຽນ 2016 – 2017, ຈະຕ້ອງແມ່ນສົກຮຽນທີ່ບັນລຸຜົນງານສູງສຸດໃນປະຫວັດສາດທີ່ເປັນມູນເຊື້ອຂອງໂຮງຮຽນ”.
ສ່ວນຢູ່ແຂວງ ເຊີນລາ, ຕອນເຊົ້າວັນທີ 05/09, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນຈ້າຍ, ນະຄອນເຊີນລາ. ປະຈຸບັນ, ໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນຈ້າຍ ພວມມີນັກຮຽນເກືອບ 800 ນ້ອງ, ເຊິ່ງແມ່ນໂຮງຮຽນທີ່ມີຄຸນນະພາບສູງຂອງແຂວງເຊີນລາ.