ບັນດາການເຄື່ອນໄຫວ ເຄື່ອນພົນເດືອນຊາວໜຸ່ນ 2012

ບັນດາການເຄື່ອນໄຫວ ເຄື່ອນພົນເດືອນຊາວໜຸ່ນ 2012 - ảnh 1
ພິທີເຄື່ອນພົນເດືອນຊາວໜຸ່ມປີ 2012
(ພາບ: chinhphu.vn)

(vovworld) - ການ​ເຄື່ອ​ນ​ໄຫວ​ຕ່າງ​ໆຕອບ​ສະໜອງ​ເດືອນ​ຊາວ​ໜຸ່ມ 2012 (​ເດືອນ 3) ຖືກ​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ຢູ່​ທ້ອງ​ຖີ່​ນຕ່າງ​ໆ. ພິທີ​ເຄື່ອນ​ພົນ​ເດືອນ​ຊາວ​ໜຸ່ມ 2012 ດ້ວຍ​ຫົວ​ຂໍ້​ວ່າ “​ໄວ​ໜຸ່ມ​ເຄື່ອນ​ໄຫວ​ເພື່ອ​ນະຄອນ​ສີວິ​ໄລ, ພັດທະນາ” ​ໂດຍ​ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈີ​ມິ​ນຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/2 ຢູ່​ນະຄອນ ​ໂຮ່ຈີ​ມິນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ​ຄະນະ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ນະຄອນ. ​ໃນ​ເດືອນ​ຊາວ​ໜຸ່ມ 2012, ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ ​ຈະ​ປະຕິບັດ​ບັນດາ​ກິດຈະກຳ, ວຽກ​ງານ​ມີ​ຄວາມ​ໝາຍ​ເພື່ອ​ຕອບ​ສະໜອງ​ປີ​ແຫ່ງຄວາມ​ປອດ​ໄພທາງ​ຄົມມະນາຄົ​ມ, ປະກອບ​ສ່ວນ​ສ້າງສາ​ນະຄອນ​ສີວິ​ໄລ, ພັດທະນາ. ​ໃນ​ເດືອນ 3, ​ໄວ​ໜຸ່ມ​ນະຄອນ​ກໍ​ເຄື່ອນ​ພົນ​ປະຕິບັດ​ຫຼາຍກິດຈະກຳ​ຂຽວ - ສະອາດ - ງາມ, ​ເບິ່ງ​ແຍງ​ດູ​ແລ​ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ. ຟ້າ​ມທູ​ຮັ່ງ, ນັກ​ສື​ກສາ​ປີ​ທີ 3, ມະຫາ​ວິທະຍາ​ໄລ​ແພດ​ສາດນະຄອນ ​ໂຮ່ຈີ​ມິນ, ຜູ້​ອາສາ​ສະໝັກ ​ເຂົ້າ​ຮ່ວມ​ພິທີ​ເຄື່ອນ​ພົນ​ໃຫ້​ຮູ້​ວ່າ:

“​​​​ໂດຍແມ່ນ​ນັກ​ສື​ກສາ, ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຄື​ແນວ​ນີ້​ນ້ອງ​ຮູ້​ສື​ກມ່ວນ​ຫຼາຍ. ນ້ອງ​ແມ່ນ​ສະມາ​ຊິກ​ໃນ​ໜ່ວຍ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ຮຽນມະຫາວິທະຍາ​ໄລແພດສາ​ດ, ດັ່ງ​ນັ້ນ​ຈະ​ເຂົ້າ​ຮ່ວມ​ການ​ປິ່ນປົວ​ພະຍາດ ​ແລະ ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ວົງ​ຄະນະ​ຍາດ.”

​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ​ດ່າ​ໜັງ ກໍ​ດຳ​ເນີນ​ພິທີ​ເຄື່ອນ​ພົນ​ເດືອນ​ຊາວ​ໜຸ່ມ​ດ້ວຍ​ຫົວ​ຂໍ້​ວ່າ “​ໄວ​ໜຸ່ມ​ດ່າ​ໜັງ ມີວັດທະນະທຳ​ໃນ​ການ​ເຂົ້າ​ຮ່ວມ​ຄົມມະ​ນາ​ຄົມ ​ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່”. ຈຸດໝາຍ​​ເດືອນ​ຊາວ​ໜຸ່ມ 2012 ຂອງ ດ່າ​ໜັງ​ແມ່ນ 100% ຄະນະ​ຊາວ​ໜຸ່ມ​ຈາກ​ນະຄອນ​ຕະຫຼອດ​ຮອດ​ຮາກ​ຖານ​ມີ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່, ປຸກລະດົມ​ຊາວ​ໜຸ່ມ​ປະຕິບັດ​​ແບບ​ແຜນວັດທະນະທຳ​ໃນ​ການ​ເຂົ້າ​ຮ່ວມ​ຄົມມະນາຄົມ, ມີ​ການ​ເຄື່ອນ​ໄຫ​ວອັນ​ແທ​ດຈິງ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ທາງ​ຄົມມະ​ນາ​ຄົມ, 100% ຄະນະ​ຊາວ​ໜຸ່ມ​ຂັ້ນ​ຕາ​ແສງ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄລ​ຍະ 2011 – 2015. ພາ​ຍຫຼັງ​ພິທີ​ເຄື່ອນ​ພົນ​ເດືອນ​ຊາວ​ໜຸ່ມ, ຊາວ​ໜຸ່ມ, ​ເຍົາວະ​ຊົນ​ເກືອບ 500 ຄົນໃນ​ບໍລິ​ເວນ​ນະຄອນ​ດ່າ​ໜັງ​ໄດ້​ຈັດ​ຕັ້ງ​ງານ​ປະ​ກວດ​ແຕ້ມ​ຮູ​ບດ້ວຍ​ຫົວ​ຂໍ້ “​ເຍົາວະ​ຊົນ​ດ່າ​ໜັງ​ດ້ວຍ​ວັດທະນະທຳ​ຄົມມະນາຄົມ”

ຂ່າວ/ບົດ​ອື່ນ