ບັນດາການເຄື່ອນໄຫວຟົດຟື້ນໃນຂອບເຂດງານມະໂຫລານຊາວໜຸ່ມຫວຽດນາມ-ຈີນຄັ້ງທີ3

ບັນດາການເຄື່ອນໄຫວຟົດຟື້ນໃນຂອບເຂດງານມະໂຫລານຊາວໜຸ່ມຫວຽດນາມ-ຈີນຄັ້ງທີ3 - ảnh 1
ເວທີ​ປາ​ໄສ​ຊາວ​ໜຸ່ມ​ປົກ​ປັກ​ຮັກ​ສາ​
ສິ່ງ​​ແວດ​ລ້​ອມ ​ແລະ ພັດທະນາ​ແບບ​ຍືນ​ຍົງ

(vovworld) – ​ ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ງານ​ມະ​ໂຫລານ​ຊາວ​ໜຸ່ມ ຫວຽດນາມ - ຈີນ ຄັ້ງ​ທີ 3 ປີ 2016, ຕອນ​ບ່າຍ​ວັນ​ທີ 08/11, ຢູ່​ແຂວງ ລ້າງ​ເຊີນ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ສົມທົບ​ກັນ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ຈີນ ຈັດ​ຕັ້ງ​ເວທີ​ປາ​ໄສ​ຊາວ​ໜຸ່ມ​ປົກ​ປັກ​ຮັກ​ສາ​ສິ່ງ​​ແວດ​ລ້​ອມ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ​ເວທີ​ປາ​ໄສ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ​ດີ​ເດັ່ນ 2 ປະ​ເທດ ຫວຽດນາມ - ຈີນ ກ່ວາ 400 ຄົນ. ທາ​ບທາມ​ຄວາມ​ເຫັນ​ທີ່​ເວທີ​ປາ​ໄສ, ອ​້າຍ ນົງ​ງ້ອກ​ໂຮ່ຍ ​ເລຂາ​ຄະນະ​ຊາວ​ໜຸ່ມວິທະຍາ​ໄລ​ສ້າງ​ຄູ​ ລ້າງ​ເຊີນ ​ໃຫ້​ຮູ້​ວ່າ:

        “​​ໃນ​ໄລຍະ​ຈະ​ມາ​ເຖິງ ເພື່ອ​​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມບັນລຸ​ປະສິດທິ​ຜົນ, ພວກ​ຂ້າພະ​ເຈົ້າ​ຈະ​ໂຄສະນາ, ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ພະນັກງານ, ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ກາຍ​ເປັນບັ້ນ​ຮົ​ບ​ໂຄສະນາ ​ເນື່ອງ​ໃນ​ໂອກາດ​ວັນ​ສິ່ງ​ແວດ​ລ້ອມ. ​ເປັນ​ເຈ​ົ້າການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປະຈັນບານ​ໃນ​ການປ້ອງ​ກັນ​ຕ້ານ, ​ແກ້​ໄຂ​ໄພ​ທຳ​ມະ​ຊາດ. ສືບ​ຕໍ່​ຮັກ​ສາ​ຍົກ​ສູງ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ມີປະສິດທິ​ຜົ​ນ.

        ທີ່​ເວທີ​ປາ​ໄສ ອ​້າຍ ຫລຽວ​ຈາວ ຜູ້​ແທນ​ຊາວ​ໜຸ່ມ ຈີນ ​ໃຫ້​ຮູ້​ວ່າ:

        “ຫວຽດນາມ, ຈີນ ຮ່ວມ​ແມ່​ນ້ຳ​ສາຍ​ໜຶ່ງ ນີ້​ແມ່ນ​ປັດ​ໃຈ​ສະດວກ​ເພື່ອ​ຂຸດ​ຄົ້ນ​ບັນດາ​ການ​ເຄື່ອນ​ໄຫ​ວລວມ, ລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ. ນີ້​ແມ່ນ​ບັນດາ​ການ​ກະທຳ​ທີ່​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງໃຫ້​ແກ​່ຊາວ​ໜຸ່ມ 2 ປະ​ເທດ​.”

ຂ່າວ/ບົດ​ອື່ນ