ບັນດາການເຄື່ອນໄຫວຢື້ຢາມຖາມຂ່າວ, ມອບຂອງຂວັນເນື່ອງໃນໂອກາດບຸນເຕັດປີມະແມ 2015

ບັນດາການເຄື່ອນໄຫວຢື້ຢາມຖາມຂ່າວ, ມອບຂອງຂວັນເນື່ອງໃນໂອກາດບຸນເຕັດປີມະແມ 2015 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
​ມອບ​ຂອງຂວັນບຸນ​ເຕັດ​ໃຫ້​ພໍ່​ແມ່​ປະຊາຊົນ​ເທື່ອ​ທຽນ​ເຫ້ວ
(ພາບ: baomoi.com)


(vovworld) – ຕອນ​ບ່າຍ​ວັນ​ທີ 07/02, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ​້​​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນບຸນ​ເຕັດ​ໃຫ້​ພໍ່​ແມ່​ປະຊາຊົນ​ທີ່​ທຸກ​ຍາກ, ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊິນ​ຢູ່​ເມືອງ ຟຸ໋​ໂລກ, ​ແຂວງ ​ເທື່ອ​ທຽນ​ເຫ້ວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ມອບ​ຂອງຂວັນບຸນ​ເຕັດ 100 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 1 ລ້ານ​ດົງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ ​ແລະ ອວຍ​ພອນ​ໃຫ້​ພໍ່​​ແມ່​ປະຊາຊົນ​ຈົ່ງຕ້ອນຮັບ​ບຸນ​ເຕັດ​ຢ່າງ​ມ່ວນ​ຊື່ນ, ອົບ​ອຸ່ນ, ພ້ອມ​ທັງ​ສະ​ເໜີ​ໃຫ້​ແຂວງ​ເທື່ອ​ທຽນ​ເຫ້ວ ​ແລະ ​ເມືອງ ຟຸ໋​ໂລກ ບໍ່​ປະ​ໃຫ້​ປະຊາຊົນ​ຜູ້​ໃດ​ຖືກ​ອຶດ​ຫິວ​ໃນ​ໂອກາດ​ບຸນ​ເຕັດ. ​ແລະ ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ກໍ່​ໄດ້​ມອບ​ຂອງຂວັນ​ບຸນ​ເຕັດກວ່າ 1.000 ພູດ​ໃຫ້​ປະຊາຊົນ​ເມືອງ​ບິ່ງ​ເຊີນ, ​ແຂວງ​ກວາງ​ຫງາຍ. ອວຍພອນ​ປີ​ໃໝ່ພະນັກງານ ​ແລະ ປະຊາຊົນ​ເມືອງ​ບິ່ງ​ເຊີນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮວ່າງ​ຈຸ​ງຫາຍ ປາດ​ຖະໜາ​ວ່າ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ທ້ອງ​ຖິ່ນ ​ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ນັ້ບມື້​ນັບ​ຮັ່ງມີ, ​​ເຂັ້ມ​ແຂງ.

        “ລັດຖະບານ​ຕັດສິນ​ໃຈ​ເປີດ​ກວ້າງ​ໂຮງງານ​ກັນ​ນ້ຳມັນ​ບິ່ງ​ເຊີນ, ພ້ອມ​ທັງ​ເຂດ​ເສດຖະກິດ​ຢຸງກ໋ວດ ກໍ່​ຈະ​ສືບ​ຕໍ່​ດຶງ​ດູດ​ການ​ລົງທຶນ, ນີ້​ແມ່ນ​ໂອກາດ​​ໃຫຍ່​ເພື່ອ​ໃຫ້​ພວກ​ເຮົາສືບ​ຕໍ່​ພັດທະນາ ​ແລະ ​ເພີ່ມ​ທະວີ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ. ຂ້າພະ​ເຈົ້າ​ຫວັງ​ວ່າ, ປະຊາຊົນ​ເມືອງ​ບິ່ງ​ເຊີນ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ໂຄງການ​ດັ່ງກ່າວ. ການ​ນຳ​ແຂວງ​ກໍ່​ຄື​ເມືອງ​ບິ່ງ​ເຊີນ ຖື​ນີ້​ແມ່ນ​ກາລະ​ໂອກາດ​ຊັບ​ຊ້ອນ​ເຂດ​ຊຸ້ມ​ຊົນ ​ແລະ ຫັນປ່ຽນ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ”.

        ​ແລະ​ກໍ່​ໃນ​ວັນ​ທີ 07/02, ທ່ານ​ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ ​ໄດ້​ມອບ​ຂ​ອງຂວັນ 190 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 1 ລ້ານ​ດົງ ​ໃຫ້​ຊາວ​ປະມົງ​ທຸກ​ຍາກ​ຢູ່​ບັນດາ​ເມືອງ ດົງ​ຮ່ວາ, ຕຸຍ​ອານ, ​ເທດສະບານ ຊົງ​ເກົ່າ ​ແລະ ນະຄອນ​ຕຸຍ​ຮ່ວາ.

ຂ່າວ/ບົດ​ອື່ນ