ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ

(VOVWORLD) -ງານວາງສະແດງໄດ້ແນະນຳເອກະສານ, ວັດຖຸພັນກວ່າ 300 ຢ່າງ, ຜ່ານນັ້ນແນະນຳເຖິງມະຫາຊົນວິວັດການ 50 ປີແຫ່ງການປະຕິບັດຕາມຄຳພິໄນກຳຂອງເພິ່ນ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ - ảnh 1ງານວາງສະແດງ “ການເດີນທາງມຸ່ງໄປເຖິງຄວາມໄຝ່ຝັນ - 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ 1969 - 2019” 

(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ແລະ 50 ປີແຫ່ງວັນປະຕິບັດຕາມຄຳພິໄນກຳຂອງປະທານໂຮ່ຈີມິນ, ວັນທີ 30 ສິງຫາ, ຢູ່ຫໍພິພິທະພັນໂຮ່ຈີມິນ ເທື່ອທຽນເຫ້ວ, ຫໍພິພິທະພັນໂຮ່ຈີມິນສູນກາງ ໄດ້ສົມທົບກັບພະແນກວັດທະນະທຳ ແລະ ກິລາແຂວງ ເທື່ອທຽນ- ເຫ້ວ ໄຂງານວາງສະແດງຫົວເລື່ອງສະເພາະ “ການເດີນທາງມຸ່ງໄປເຖິງຄວາມໄຝ່ຝັນ - 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ 1969 - 2019”. ງານວາງສະແດງໄດ້ແນະນຳເອກະສານ, ວັດຖຸພັນກວ່າ 300 ຢ່າງ, ຜ່ານນັ້ນແນະນຳເຖິງມະຫາຊົນວິວັດການ 50 ປີແຫ່ງການປະຕິບັດຕາມຄຳພິໄນກຳຂອງເພິ່ນ ແລະ ບັນດາຜົນງານພົ້ນເດັ່ນເຊິ່ງປະຊາຊົນຫວຽດນາມ ຍາດມາໄດ້ໃນພາລະກິດປົດປ່ອຍພາກໃຕ້ທ້ອນໂຮມປະເທດຊາດເປັນເອກະພາບ.

        ຕອນເຊົ້າວັນດຽວກັນ, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມກອງທັບ, ກອງບັນຊາການປ້ອງກັນສຸສານປະທານໂຮ່ຈີມິນ, ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະ ສູນກະຈາຍສຽງ - ໂທລະພາບກອງທັບໄດ້ສົມທົບກັນຈັດກອງປະຊຸມໂອ້ລົມສົນທະນາ “ຈົ່ງຮັກພັກດີຕໍ່ເພິ່ນ”.

        ແລະຕອນເຊົ້າວັນດຽວກັນ, ຢູ່ຫໍພິພິທະພັນວິຈິດສິນຫວຽດນາມ ກໍ່ໄດ້ໄຂງານວາງສະແດງດ້ວຍຫົວຂໍ້ວ່າ “ຄິດຮອດຄິດເຖິງເພີ່ນ”.

        ແລະກໍ່ໃນວັນທີ 30 ສິງຫາ, ຄະນະພັກແຂວງກວ໋າງນິງ ໄດ້ຈັດພິທີເປີດຕົວປຶ້ມພາບ “ບັນດາພາບຖ່າຍປະທານໂຮ່ຈີມິນ ກັບກວ໋າງນິງ”.

ຕອບກັບ

ຂ່າວ/ບົດ​ອື່ນ