​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 90 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ​ໄດ້​ຮັບ​ການກະ​ກຽ​ມ​ຈັດ​ຕັ້ງໃຫ​້ເປັນ​ຢ່າງ​ດີ

(VOVWORLD) -ເນື່ອງໃນໂອກາດນີ້, ບໍລິສັດຮູບເງົາເອກະສານ ແລະ ວິທະຍາສາດສູນກາງໄດ້ສ້າງຮູບເງົາສາລະຄະດີສະເຫຼີມສະຫຼອງ ວັນ 3 ກັນຍາ ແລະ ຫໍພິພິທະພັນໂຮ່ຈີມິນ ໄດ້ຈັດຕັ້ງງານວາງສະແດງດ້ວຍຫົວຂໍ້ “ຄວາມເອກອ້າງທະນົງໃຈ 90 ປີແຫ່ງ ມູນເຊື້ອສະຫງ່າລາສີຂອງ ພັກກອມມູນິດ ຫວຽດນາມ”
​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 90 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ​ໄດ້​ຮັບ​ການກະ​ກຽ​ມ​ຈັດ​ຕັ້ງໃຫ​້ເປັນ​ຢ່າງ​ດີ - ảnh 1ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາ - ສຶກສາສູນກາງພັກກອມມູນິດຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN) 

ຕອນເຊົ້າວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາ - ສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ເປັນປະທານກອງປະຊຸມກ່ຽວກັບວຽກງານຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 90 ປີ ແຫ່ງວັນສ້າງຕັ້ງ ພັກກອມມູນິດ ຫວຽດນາມ (3 ກຸນພາ 1930 – 3 ກຸນພາ 2020).

        ຕາມນັ້ນແລ້ວ, ມີຫຼາຍເຫດການສຳຄັນຈະໄດ້ຈັດຕັ້ງຄື: ພິທີສະເຫຼີມສະຫຼອງລະດັບຊາດ, ກອງປະຊຸມສຳມະນາວິທະຍາສາດ ລະດັບຊາດ 90 ປີ ແຫ່ງວັນສ້າງຕັ້ງພັກ, ບັນດາລາຍການສະແດງສິລະປະພິເສດ… ເນື່ອງໃນໂອກາດນີ້, ບໍລິສັດຮູບເງົາເອກະສານ ແລະ ວິທະຍາສາດສູນກາງໄດ້ສ້າງຮູບເງົາສາລະຄະດີສະເຫຼີມສະຫຼອງ ວັນ 3 ກຸນພາ ແລະ ຫໍພິພິທະພັນໂຮ່ຈີມິນ ໄດ້ຈັດຕັ້ງງານວາງສະແດງດ້ວຍຫົວຂໍ້ “ຄວາມເອກອ້າງທະນົງໃຈ 90 ປີແຫ່ງ ມູນເຊື້ອສະຫງ່າລາສີຂອງ ພັກກອມມູນິດ ຫວຽດນາມ”

ຕອບກັບ

ຂ່າວ/ບົດ​ອື່ນ