ບັນ​ດາ​ປະ​ເທດ ອາ​ຣັບ​ ແລະ ອິດ​ສະ​ລາມ ກ່າວປະ​ນາມ​ການ​ບຸກ​ໂຈມ​ຕີ ຂອງ​ອິດ​ສະ​ລາ​ແອັນ ເລັ່ງ​ໃສ່​ຄ້າຍ​ລີ້​ໄພ Nuseirat

(VOVWORLD) - ວັນທີ 9 ມິຖຸນາ, ບັນດາປະເທດ ອາຣັບ ແລະ ອິດສະລາມພາກພື້ນ ຕາເວັນອອກພາກກາງ ສືບຕໍ່ກ່າວປະນາມຢ່າງຮູນແຮງຕໍ່ການບຸກໂຈມຕີຂອງ ອິດສະລາແອັນ ທີ່ແນໃສ່ຄ້າຍລີ້ໄພ Nuseirat ຢູ່ໃຈກາງເຂດ ກາຊາ ໃນວັນທີ 8 ມິຖຸນາ, ເຮັດໃຫ້ສາມັນຊົນນັບຮ້ອຍຄົນເສຍຊີວິດ.

ໃນແຈ້ງການ, ກະຊວງການຕ່າງປະເທດ ສະຫະລັດ ອາຣັບ ເອມີເລດ (UAE) ໄດ້ກ່າວປະນາມການບຸກໂຈມຕີ ໂດຍກອງທັບອິດສະລາແອັນ ດຳເນີນທີ່ແນໃສ່ຄ້າຍລີ້ໄພ Nuseirat ເຮັດໃຫ້ມີຊາວປາເລັດສະຕິນ ກ່ວາ 200 ຄົນ ເສຍຊີວິດ, ສ່ວນຫຼາຍແມ່ນສາມັນຊົນ. ພ້ອມກັບການຮຽກຮ້ອງປະຊາຄົມສາກົນ ແຊກແຊງເພື່ອຢຸດຕິສະພາບການດັ່ງກ່າວ, ກະຊວງການຕ່າງປະເທດ UAE ເນັ້ນໜັກວ່າ ບຸລິມະສິດແຖວໜ້າໃນປັດຈຸບັນ ແມ່ນປົກປ້ອງຊີວິດອິນຊີຂອງສາມັນຊົນ ແລະ ຮັບປະກັນເຄື່ອງຊ່ວຍເຫຼືອມະນຸດສະທຳ, ຢຸກຢາ ໃຫ້ສາມາດໄປຮອດມືປະຊາຊົນຢູ່ເຂດກາຊາໃນທັນທີ.

ໃນຂະນະນັ້ນ, ຖະແຫຼງການຂອງສະພາຮ່ວມມືເຂດອ່າວ (GCC) ລວມມີ 6 ປະເທດສະມາຊິກແມ່ນ ອາຣັບບິ ຊາອຸດິ, UAE, ກາຕາ, ກູເວດ, ບາເຣັນ ແລະ ໂອມານ ວາດພາດການບຸກໂຈມຕີຂອງອິດສະລາແອັນ ທີ່ເລັ່ງໃສ່ຄ້າຍລີ້ໄພ Nuseirat ນອນໃນບັນດາໂທດກຳທີ່ມີລະບົບ ຕ້ານຊາວປາແລັດສະຕິນ; ພ້ອມທັງ, ຮຽກຮ້ອງໃຫ້ປະຊາຄົມສາກົນ ຕ້ອງມີການກະທຳແຊກແຊງ ເພື່ອສະກັດກັ້ນຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ