ບັນດາປະເທດລຸ່ມແມ່ນ້ຳຂອງປຶກສາຫາລືແຜນການດຳເນີນງານໄລຍະ5ປີຈະມາເຖິງ

ບັນດາປະເທດລຸ່ມແມ່ນ້ຳຂອງປຶກສາຫາລືແຜນການດຳເນີນງານໄລຍະ5ປີຈະມາເຖິງ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld)- ວັນ​ທີ 16/12, ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນກອງ​ປະ​ຊຸມ​ ກຸ່ມ​ປະ​ຕິ​ບັດ​ງານ ຂໍ້​ລິ​ເລີ່ມ​​ເຂດລຸ່ມ​ແມ່​ນ້ຳ​ຂອງ​ຄັ້ງ​ທີ 8 ແລະ ກອງ​ປະ​ຊຸມ​ບັນ​ດາ​ເພື່ອນ​ມິດ​ຂອງ ກຸ່ມ​ປະ​ຕິ​ບັດ​ງານເຂດ​​ ລຸ່ມ​ແມ່​ນ້ຳ​ຂອງ ຄັ້ງ​ທີ1. ໃນ 2 ມື້​ດຳ​ເນີນກອງ​ປ​ະ​ຊຸມ, ບັນ​ດາ​ຜູ້​ແທນມາ​ຈາກ ບັນ​ດາປະ​ເທດ ສະ​ມາ​ຊິກ ເຂດ​ລຸ່ມ​ແມ່​ນ້ຳ​ຂອງ ຄື ກຳ​ປູ​ເຈຍ, ລາວ, ມ​ຽນ​ມາ, ໄທ, ຫວຽດ​ນາມ ພ້ອມ​ກັບ​ ບັນ​ດາ​ປະ​ເທດ​ຂຶ້ນ​ກັບ​ກຸ່ມ​ບັນ​ດາ​ເພື່ອນ​ມິດ​ຂອງ ເຂດ​ຂໍ້​ລິ​ເລີ່ມ​ລຸ່ມ​ແມ່​ນ້ຳ​ຂອງ ຄື: ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ຍີ່​ປຸ່ນ ພ້ອມ​ກັບ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ, ຜູ້​ຕາງ​ຫນ້າ ຄະ​ນະ​ເລ​ຂາ ອາ​ຊຽນ ແລະ ຫນ່ວຍ​ຜູ້​ຊ່ຽວ​ຊານ ໃຫ້​ຄຳ​ປຶກ​ສາ ໄດ້​ປຶກ​ສາ​ຫາ​ລື​ແຜນ​ການ​ຜັນ​ຂະ​ຫຍາຍ​ການ​ກະ​ທຳ​ຂໍ້​ລິ​ເລີ່ມ​ລຸ່ມ​ແມ່​ນ້ຳ​ຂອງ ໄລ​ຍະ 2016-2020. ບັນ​ດາ​ຜູ້​ແທນ​ໄດ້​ປຶກ​ສາ​ຫາ​ລື​ການ​ກຳ​ນົດ​ທິດ ເພື່​ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ ຂໍ້​ລິ​ເລີມ​ລຸ່ມ​ແມ່​ນ້ຳ​ຂອງ ກໍ​ຄື ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ທີ​ການ​ສົມ​ທົບ​ກັບ​ກຸ່​ມ​ບັນ​ດາ​ເພື່ອນ​ມິດ​ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຂອງ​ຂໍ້​ລິ​ເລີ່ມ​ລຸ່ມ​ແມ່​ນ້ຳ​ຂອງ, ຊ່ວຍ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ໃນ​ການ​ບັນ​ລຸ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງ ຄວາມ​ປອດ​ໄພ​ແຫລ່ງ​ນ້ຳ, ຄວາ​ມ​ປອດ​ໄພ​ພະ​ລັງ​ງານ ແລະ ຄ້ຳ​ປະ​ກັນ​ສະ​ບຽງ​ອ​າ​ຫານ, ການ​ລະ​ດົມ​ແຫລ່ງ​ກຳ​ລັງ. ທີ່​ການ​ປະ​ຊຸມ, ບັນ​ດາ​ຝ​່າຍ ລ້ວນ​ແຕ່​ສະ​ແດ​ງ​ໃຫ້​ເຫັນ​ຄຳ​ໝັ້​ນ​ສັນ​ຍາ​ເພື່ອ​ການ​ພັດ​ທະ​ນາ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ພັດ​ທ​ະ​ນາ​ແບບ​ຍືນ​ຍົງ​ຂອງ​ພາກ​ພື້ນ​ແມ່​ນ້ຳ​ຂອງ.

ຂ່າວ/ບົດ​ອື່ນ