ບັນດາຝ່າຍເຂົ້າຮ່ວມກອງປະຊຸມສາກົນRomeສະໜັບສະໜູນລັດຖະບານສາມັກຄີຊົນຊາດຢູ່ລີບີ

ບັນດາຝ່າຍເຂົ້າຮ່ວມກອງປະຊຸມສາກົນRomeສະໜັບສະໜູນລັດຖະບານສາມັກຄີຊົນຊາດຢູ່ລີບີ - ảnh 1
ບັນດາຝ່າຍເຂົ້າຮ່ວມກອງປະຊຸມສາກົນRome
ສະໜັບສະໜູນລັດຖະບານສາມັກຄີຊົນຊາດຢູ່ລີບີ
(ພາບ: AFP/TTXVN)

(vovworld) - ​​ວັນ​ທີ 13/12, ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັ​ບ​ລ​ີ​ບີ ຢູ່ Rome, ປະ​ເທດອ​ີ​ຕາ​ລີ, ລົງ​ນາ​ມ​ໃນ​​ແຈ້ງ​ການ​ຮ່ວ​ມ ຮຽກ​ຮ້ອງບັນ​ດາ​ຝ່າຍ​ປະ​ທະ​ກັນ​ຢູ່​ລີ​ບີ ຢຸດ​ຍິງ ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້​ຂໍ້​ຕົກ​ລົງສ້າງ​ຕັ້ງ​ລັດ​ຖະ​ບານ​ສາ​ມັກ​ຄີ​​ຊົນຊາດ. ແຈ້ງ​ການ​ຊີ້​ແຈ້​ງວ່າ, ພຽງ​ແຕ່​ສ້າງ​ລັດ​ຖະບານ​ໜຶ່ງ​ດຽວ ຈ​ຶ່ງ​ສາ​ມາດ​ນຳ​ມາ​ເຊິ່ງ​ຄວາມ​ສາ​ມັກ​ຄີ, ​ສະ​ຖຽນ​ລະ​ພາບ ແລະ ຢຸ​ດຕິ​ສະ​ພາບ​ວ​ຸ່ນ​ວາຍ​ຢູ່​ລີບ​ີ ເທົ່າ​ນັ້ນ. ນອກນັ້ນ, ຜູ້​ຕາງ​ໜ້າ 17 ປະ​ເທດ ແລະ 4 ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ ກໍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ໜູນ​ຊ່ວຍ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ ແລະ ​ການ​ປ້ອງ​ກັນຄວາມ​ສະ​ຫງົບ​ໃຫ້​ປະ​ເທດ​ອາ​ປະ​ລິ​ກາ​ເໜືອນີ້, ພ້ອ​​ມທັງ​ຢືນ​ຢັນ​ຈະ​ຕັດ​ການ​ຕິດ​ຕໍ່​ກັບ​ຝ່າຍ​ໃດໆ ​ທີ່ບໍ່​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ.

ຂ່າວ/ບົດ​ອື່ນ