ບັນດາພັກຝ່າຍ ກຳປູເຈຍ ຍັງຄົງບໍ່ລົງລອຍກັນກ່ຽວກັບຜົນການເລືອກຕັ້ງສະພາແຫ່ງຊາດ ຊຸດທີ 5

ບັນດາພັກຝ່າຍ ກຳປູເຈຍ ຍັງຄົງບໍ່ລົງລອຍກັນກ່ຽວກັບຜົນການເລືອກຕັ້ງສະພາແຫ່ງຊາດ ຊຸດທີ 5 - ảnh 1
ທ່ານ Hunsen (ເບື້ອງຂວາ) ແລະ ທ່ານ Sam Rainsy (ເບື້ອງຊ້າຍ) ເມື່ອປີ 2008
(ພາບ: Phnom Penh Post)

(vovworld) – ການ​ປະຊຸມ​ເມື່ອ​ວັນ​ທີ 14/9 ທີ່​ໄດ້​ຮັບ​ຄວາມ​ລໍຄອຍ​ຈາກ​ຫາງ​ສຽງລະຫວ່າງ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ກຳ​ປູ​ເຈ​ຍ Norodom Sihamoni ກັບ​ທ່ານ​ນາຍົກລັດຖະມົນຕີ ທັງ​ເປັນ​ຮອງ​ປະທານ​ພັກ​ປະຊາຊົນ ກຳປູ​ເຈຍ (CPP) ກຳ​ອຳນາດ, ທ່ານ Hunsen ​ແລະ ຜູ້ນຳ​ພັກ​ກູ້​ຊາດ ກຳປູ​ເຈຍ (CNRP) ຝ່າຍ​ຄ້ານ, ທ່ານ Sam Rainsy, ສິ້ນ​ສຸດ​ລົງ​ແຕ່​ບໍ່​ບັນລຸ​ໝາກຜົນ​ໃດ. ກອງ​ປະຊຸມ​ນີ້​ຖືກ​ດຳ​ເນີນ​ໄປ​ຕາມພະ​ລາຊະ​ດຳລັດ​ຂອງ​ພະ​ບາດ​ສົມ​ເດັດ ​ເພື່ອ​ແນ​ໃສ່ “​ແກ້​ໄຂ​ບັນດາ​ບັນຫາ​ຂອງ​ປະ​ເທດ​ຊາດ” ພາຍຫຼັງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5. ມີ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງທ່ານ​ໜຶ່ງ​ຂອງ CPP ​ໃຫ້​ຮູ້​ວ່າ: ສາຍ​ເຫດ​ພາ​ໄປ​ເຖິງ​ກອງ​ປະຊຸມ​ບໍ່​ບັນລຸ​ຂໍ້​ຕົກລົງ​ໃດໆ, ນັ້ນຍ້ອນ​ວ່າ​ທັດສະນະ​ຂອງ 2 ຝ່າຍ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ​ຢ່າງ. CPP ຈະ​ອອກ​​ແຈ້ງ​ຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ​ນີ້​ໂດຍ​ໄວ.

 


ຂ່າວ/ບົດ​ອື່ນ