ບັນດາວິສາຫະກິດຢາງພາລາຫວຽດນາມເຄື່ອນໄຫວຢ່າງມີປະສິດທິຜົນຢູ່ກຳປູເຈຍ

ບັນດາວິສາຫະກິດຢາງພາລາຫວຽດນາມເຄື່ອນໄຫວຢ່າງມີປະສິດທິຜົນຢູ່ກຳປູເຈຍ - ảnh 1
ພິທີຕັດ​​ແທບ​ຜ້າ​​ເປີດ​ສະຫຼອງໂຮງງານ​ຜະລິດ​ຢາງ​ພາລະ​
(ພາບ: Vietnam+)


(vovworld) – ​​​​ຕອນ​ເຊົ້າ​ວັນທີ 26/08, ​ຢູ່​ແຂວງ Kampong Thom, ທ່ານ​ຮອງ​ນາຍົກລັດຖະມົນຕີ ກຳປູ​ເຈຍ Yim Chhay Ly ​ແລະ ທ່ານ​ລັດຖະມົນ​ຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ກາວ​ດຶກ​ຟາດ ​ໄດ​​້​ເປັນ​ປະທານພິທີ​ຂຸດຄົ້ນ​ຢາງ​ພາລະ​ເປັນ​ຄັ້ງ​ທຳ​ອິດ ​ແລະ ຕັດ​​ແທບ​ຜ້າ​​ເປີດ​ສະຫຼອງໂຮງງານ​ຜະລິດ​ຢາງ​ພາລະ​ຂອງ​ບໍລິສັດ ​ເຕີນ​ບຽນ Kampong Thom, ບໍລິສັດ​ສະມາຊິກ​ຂອງ​ກຸ່ມ​ບໍລິສັດ​ອຸດສາຫະກຳ​ຢາງ​ພາລາ​ຫວຽດນາມ (VRG) ຢູ່ກຳ​ປູ​ເຈຍ. ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ກຳ​ປຸ​ເຈຍ Yim Chhay Ly ​ໄດ້​ຕີ​ລາຄາ​ສູງ​ໂຄງການ​ປູກຢາງພາລາ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່ກຳ​ປູ​ເຈ​ຍ ​ເຊິ່ງ​ໄດ້​ປະກອບສ່ວນ​ຊຸຸກຍູ້​ການ​ພັດທະນາ​ເສດຖະກິດ, ສ້າງ​ວຽກ​ເຮັດ​​ງານ​ທຳ​ໃຫ້​ປະຊາຊົນ​ທ້ອງຖີ່ນ.

        ທ່ານ​ລັດຖະມົນຕີ ກາວ​ດຶກ​ຟາດ ​ໄດ້​ຢືນຢັນ​ຄືນ​ໃໝ່​ວ່າ: ລັດຖະບານ​ຫວຽດນາມ ມີ​​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​​ໃນ​ການປັບປຸງ ​ແລະ ພັດທະນາການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ກັບ​ກຳປູ​ເຈຍ ​ໃນ​ທຸ​ກຂົງ​ເຂດ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ກະສິກຳ.

ຂ່າວ/ບົດ​ອື່ນ