ບັນດາອົງການປະຊາຊົນຫວຽດນາມກະກຽມໃຫ້ແກ່ເວທີປາໄສປະຊາຊົນອາຊຽນ2015

ບັນດາອົງການປະຊາຊົນຫວຽດນາມກະກຽມໃຫ້ແກ່ເວທີປາໄສປະຊາຊົນອາຊຽນ2015 - ảnh 1
ພາບ​ປະ​ກອບ

(vovworld) - ເວທີ​ປາ​ໄສ​ປະຊາຊົນ​ອາ​ຊຽນ ປີ 2015 ຄາດ​ວ່າ​ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ມາ​ເລ​ເຊຍ​ແຕ່​ວັນ​ທີ 22 – 25/4/2015, ກ່ອນ​ທີ່​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ. ​ເພື່ອ​ກະກຽມ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ນີ້, ວັນ​ທີ 9/1 ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ບັນດາ​ອົງການ​ປະຊາຊົນ​ຄັ້ງ​ທີ 2, ​ເພື່ອ​ກະກຽມ​ໃຫ້​ແກ່ ເວທີ​ປາ​ໄສ​ປະຊາຊົນ​ອາ​ຊຽນ ປີ 2015, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 30 ກວ່າ​ຄົນ​ທີ່​ມາ​ຈາກ​ບັນດາ​ອົງການ​ປະຊາຊົນ​ຫວຽດນາມ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ຜູ້ຕາງໜ້າ​ຄະນະ​ປະສານ​ງານ​ແຫ່ງ​ຊາດ​ລາຍ​ງານ​ກ່ຽວ​ກັບ​ໝາກຜົນ​ກອງ​ປະຊຸມກະ​ກຽມລະດັບ​ພາກ​ພື້ນ​ຄັ້ງ​ທີ 2, ​ເຊິ່ງ​ດຳ​ເນີນ​ໃນ​ວັນ​ທີ11/12/2014 ຢູ່​ມາ​ເລ​ເຊຍ ກໍ່​ຄື​ຂໍ້​ມູນ​ຂ່າວ​ລວມກ່ຽວ​ກັບ​ສະພາບ​ການ​ກະກຽມ​ໃຫ້​ແກ່​ເວທີ​ປາ​ໄສ. ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື ​ແລະ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ບັນດາ​ຄວາມ​ເຫັນ​​ຂອງ​ບັນດາ​ອົງການ​ປະຊາຊົນ​ຫວຽດນາມ ທີ່ປະກອບ​ໃຫ້​ຮ່າງ​ຖະ​ແຫຼ​ງການ​ຂອງ​ເວທີ​ປາ​ໄສ, ​ເຊິ່ງຄາດ​ວ່າ​ຈະ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ກະກຽມ​ລະດັບ​ພາກ​ພື້ນ​ຄັ້ງ​ທີ 3 ​ແລະ ຍື່ນ​ຕໍ່​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ອາ​ຊຽນ​ໃນ​ທ້າຍ​​ເດືອນ 1/2015.


ຂ່າວ/ບົດ​ອື່ນ