ບັນ​ດາ​ອົງ​ການ​ຮັບ​ຜິດ​ຊອບ​ການ​ເມືອງ​ພາຍ​ໃນ ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນຫຼັກ​ແຫຼ່ງ​ແກ່ນ​ສານ​ໃນ​ການ​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ສະເໜີຕ້ອງຮັບປະກັນປະຕິບັດຕາມການຊີ້ນຳ, ນຳພາຂອງພັກຢ່າງຮອບດ້ານ ແລະ ເດັດດ່ຽວ ສຳລັບບັນດາອົງການຮັບຜິດຊອບການເມືອງພາຍໃນເວົ້າລວມ, ຮັກສາ ແລະ ເພີ່ມທະວີການຊີ້ນຳນຳພາໂດຍກົງ ແລະ ສູງສຸດໃນທຸກດ້ານຂອງພັກ ສຳລັບກຳລັງປະກອບອາວຸດເວົ້າສະເພາະ.
ບັນ​ດາ​ອົງ​ການ​ຮັບ​ຜິດ​ຊອບ​ການ​ເມືອງ​ພາຍ​ໃນ ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນຫຼັກ​ແຫຼ່ງ​ແກ່ນ​ສານ​ໃນ​ການ​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເປັນປະທານກອງປະຊຸມ (ພາບ: TTXVN)

ວັນທີ 15 ກັນຍາ, ກອງປະຊຸມທາງໄກທົ່ວປະເທດບັນດາອົງການຮັບຜິດຊອບການເມືອງພາຍໃນໄດ້ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ເຊິ່ງໄດ້ເຊື່ອມຕໍ່ກັບບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ; ເຂດທະຫານ, ເຫຼົ່າທັບ, ເຫຼົ່າຮົບ, ກອງບັນຊາການທະຫານ ແລະ ບັນດາກົມກອງທຽບເທົ່າສັງກັດກະຊວງປ້ອງກັນປະເທດ. ກອງປະຊຸມຖືກດໍາເນີນດ້ວຍການເຂົ້າຮ່ວມ ແລະ ເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ. ນອກຈາກນັ້ນ ຍັງມີການເຂົ້າຮ່ວມຂອງທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້.

        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ສະເໜີຕ້ອງຮັບປະກັນປະຕິບັດຕາມການຊີ້ນຳ, ນຳພາຂອງພັກຢ່າງຮອບດ້ານ ແລະ ເດັດດ່ຽວ ສຳລັບບັນດາອົງການຮັບຜິດຊອບການເມືອງພາຍໃນເວົ້າລວມ, ຮັກສາ ແລະ ເພີ່ມທະວີການຊີ້ນຳນຳພາໂດຍກົງ ແລະ ສູງສຸດໃນທຸກດ້ານຂອງພັກ ສຳລັບກຳລັງປະກອບອາວຸດເວົ້າສະເພາະ. ພິເສດ, ຕ້ອງຮັກສາກຳນົດທິດການເມືອງໃຫ້ໝັ້ນຄົງ, ຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ພັກ, ລັດ ແລະ ລະບອບ; ຖືການປົກປັກຮັກສາ, ການປົກປ້ອງປະຊາຊົນ, ປົກຮັກຮັກສາພັກ, ລັດ ແລະ ລະບອບ, ປົກປ້ອງຄວາມຍຸຕິທຳ, ສິດທິມະນຸດ, ສິດພົນລະເມືອງ ເປັນເປົ້າໝາຍແຖວໜ້າເພື່ອປະຕິບັດ. ຕ້ອງໃກ້ຊິດສະໜິດສະໜົມກັບປະຊາຊົນ, ຊາບຊຶມທັດສະນະ “ຖືປະຊາຊົນເປັນກົກ” ເຂົ້າໃນຈິນຕະນາການ ແລະ ການກະທຳ, ຍາມໃດກໍກຳນົດວ່າ ປະຊາຊົນເປັນໃຈກາງ, ເປັນເຈົ້າຂອງພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ; ຖືການດຳເນີນຊີວິດທີ່ສະຫງົບສຸກຂອງປະຊາຊົນເປັນເປົ້າໝາຍສູ້ຊົນ, ເປັນຄວາມສຸກຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ