ບັນຫາ Brexit: ທ່ານນາຍົກລັດຖະມົນຕີ ອັງກິດ ກະຕຸກຊຸກຍູ້ການເຈລະຈາ “ລົງເລິກ” ກັບ ອີຢູ

(VOVWORLD) - ອັງກິດຈະຖອນຕົວອອກຈາກ ອີຢູ ໃນວັນທີ 29 ມີນາ ປີ 2019

ບັນຫາ Brexit: ທ່ານນາຍົກລັດຖະມົນຕີ ອັງກິດ ກະຕຸກຊຸກຍູ້ການເຈລະຈາ “ລົງເລິກ” ກັບ ອີຢູ - ảnh 1 ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May (ພາບ:PA)

  ວັນທີ 9 ຕຸລາ, ໂຄສົກຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໃຫ້ຮູ້ວ່າ ລອນດອນ ພວມກະຕຸກຊຸກຍູ້ດໍາເນີນການເຈລະຈາ “ລົງເລິກ” ກັບ ສະຫະພາບ ເອີຣົບ (ອີຢູ) ເພື່ອແນໃສ່ຊອກຫາວິທີີ ຍົກອອກຂໍ້ຕົກລົງ ກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກ ສະຫະພາບດັ່ງກ່າວ ຫຼື ເອີ້ນວ່າ Brexit, ກ່ອນທີ່ 2 ຝ່າຍຈະມີການພົບປະກັນໃນກອງປະຊຸມສຸດຍອດ ຢູ່ Brussels, ປະເທດ ແບນຊິກ.

ໂຄສົກຜູ້ນີ້ໄດ້ຊີ້ແຈ້ງວ່າ ກອ່ນດໍາເນີນກອງປະຊຸມສະມັດຊາ ໃນວັນທີ 17 – 18 ຕຸລາ, ບັນດາການເຈລະຈາດັ່ງກ່າວ ຈະສືບຕໍ່ໄດ້ດໍາເນີນ ບົນພື້ນຖານກ້າວເຂົ້າສູ່ລວງເລິກ.

ຕາມແຜນການແລ້ວ, ບັນດາການນໍາ ອີຢູ ຈະພະຍາຍາມລົງນາມໃນຂໍ້ຕົກລົງ, ແຕ່ ຂໍ້ຕົກລົງສະບັບສຸດທ້າຍນັ້ນ ຈະຕ້ອງລໍຖ້າຮອດກອງປະຊຸມສຸດຍອດພິເສດຂອງ ອີຢູ ເຊິ່ງຄາດວ່າ ຈະດໍາເນີນໃນວັນທີ 18 ພະຈິກ ຈະມາເຖິງ. ອັງກິດຈະຖອນຕົວອອກຈາກ ອີຢູ ໃນວັນທີ 29 ມີນາ ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ