ບັນຫາ Brexit: ນາຍົກລັດຖະມົນຕີ ອັງກິດ ຖະແຫຼງເລື່ອນເວລາປ່ອນບັດຢູ່ສະພາຕ່ຳ

(VOVWORLD) - ວັນທີ 24 ກຸມພາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໃຫ້ຮູ້ວ່າ: 
ບັນຫາ Brexit: ນາຍົກລັດຖະມົນຕີ ອັງກິດ ຖະແຫຼງເລື່ອນເວລາປ່ອນບັດຢູ່ສະພາຕ່ຳ - ảnh 1ທ່ານນາງນາຍົກລັດຖະມົນຕີ  Theresa May (ພາບ:THX/TTXVN )

ສະພາຕ່ຳປະເທດນີ້ ຈະບໍ່ມີໂອກາດປ່ອນບັດກ່ຽວກັບຂໍ້ຕົກລົງ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) ໃນອາທິດນີ້, ຍ້ອນ “ຖັນແຖວພະນັກງານ” ຂອງທ່ານນາງ ໄດ້ມີບັນດາການພົບປະຕໍ່ໄປຢູ່ ບຣຸກແຊນ, ປະເທດ ແບນຊິກ ເພື່ອຮັບປະກັນວ່າ: ບັນດາການປ່ຽນແປງ ເຊິ່ງບັນດາສະມາຊິກລັດຖະສະພາທີ່ຖືວ່າຈຳເປັນນັ້ນ ຈະໄດ້ຮັບການຮັບຮອງເອົາ. ເຖິງຢ່າງໃດກໍ່ຕາມ, ທ່ານນາງໃຫ້ຄຳໝັ້ນສັນຍາວ່າ ຈະຍື່ນສະເໜີຕໍ່ສະພາຕ່ຳປ່ອນບັດຂໍ້ຕົກລົງດັ່ງກ່າວໃນວັນທີ 12 ມີນາ ຈະມາເຖິງ. ກ່າວຄຳເຫັນຕໍ່ສື່ມວນຊົນ ອັງກິດ ເມື່ອເດີນທາງໄປເຂົ້າຮ່ວມກອງປະຊຸມບັນດາການນຳສະຫະພາບ ເອີຣົບ ແລະ ອາຣັບ ຢູ່ ອີຢິບ, ທ່ານນາງນາຍົກລັດຖະມົນຕີ  Theresa May ຢືນຢັນວ່າ: ເລື່ອງໂຈະ Brexit ບໍ່ໄດ້ຊ່ວຍແກ້ໄຂໄດ້ບັນຫາ. ຕາມທ່ານນາງແລ້ວ, ຈະຮອດເວລາທີ່ສະພາແຫ່ງຊາດ ອັງກິດ ຕ້ອງຕັດສິນຍອມຮັບຕໍ່ຂໍ້ຕົກລົງທີ່ໄດ້ເຈລະຈາຫຼືບໍ່. ທ່ານນາງນາຍົກລັດຖະມົນຕີ Theresa May ກໍ່ຖະແຫຼງວ່າ ບັນດາການເຈລະຈາ Brexit ກັບ ອີຢູ ບັນລຸໄດ້ບາດກ້າວຄືບໜ້າດີ.

ຕອບກັບ

ຂ່າວ/ບົດ​ອື່ນ