ບໍລິສັດການບິນAirAsia ເປີດບັ້ນຊອກຫາເຮືອບິນ ຖືກຫາຍສາບສູນ


ບໍລິສັດການບິນAirAsia ເປີດບັ້ນຊອກຫາເຮືອບິນ ຖືກຫາຍສາບສູນ - ảnh 1

ບັນຊີລາຍຊື່ຜູ້ໂດຍສານໃນຖ້ຽວບິນຖືກຫາຍສາບສູນ

(ພາບ: http://dantri.com.vn/ )

(vovworld)- ​ ​ ວັນ​ທີ 28/12, ບໍລິສັດ​ການບິນ AirAsia ຂອງ​ມາ​ເລ​ເຊຍ ​ໄດ້​ປະກາດ​ເປີດ​ບັ້ນຊອກ​ຫາ ​ແລະ ກູ້​ເຮືອບິນ​ Airbus 320 QZ 8501 ຖືກ​ຫາຍສາບ​ສູນ​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 28/12 ​ໃນ​ຂະນະ​ທີ່​ກຳລັງ​ເດີນທາງ​ຈາກ​ອິນ​​ໂດ​ເນ​ເຊຍ ​ໄປ​ສິງກະ​ໂປ. AirAsia ​ໄດ້​ສ້າງຕັ້ງໂທລະສັບ​ສາຍດ່ວນ ​ແລະ ສູນ​ໜູນ​ຊ່ວຍ​ດ່ວນ​ໃຫ້​ແກ່​ຄອບຄົວ ​ແລະ ຍາດຕິ​ພີ່ນ້ອງ​ຜູ້​ໂດຍສານ​ໃນ​ຖ້ຽວ​ບິນ​ດັ່ງກ່າວ​ເພື່ອ​ສາມາດ​ຕິດ​ຕໍ່​ພົວພັນ​ໄດ້. ​ໃນ​ຂະນະ​ນັ້ນ, ອົງການ​ການບິນ​ພົນລະ​ຮື​ອນສິງກະ​ໂປ ​ໃຫ້​ຮູ້​ວ່າ: ​ເຮືອບິນ​ດັ່ງ​ກ່າວ​ຖືກ​ຫາຍ​ສາບ​ສູນ​ພາຍຫຼັງ​ບິນ​ຈາກ​ນະຄອນ Surabaya ຂອງ​ອິນ​ໂດ​ເນ​ເຊຍ ປະມານ 42 ນາ​ທີ. ​ໃນ​ຖ້ຽວບິນດັ່ງກ່າວ​ມີ​ທັງ​ໝົດ 162 ຄົນ ຊື່​ງລວມມີ​ຜູ້​ໂດຍສານ 155 ຄົນ ​ແລະ ສະມາຊິກ​ຈຸ​ບິນ 7 ຄົນ ​ແລະ ຜູ້​ໂດຍສານ​ສ່ວນ​ຫຼາຍ​ແມ່ນ​ຊາວ​ອິນ​ໂດ​ເນ​ເຊຍ. ປະຈຸ​ບັນ, ກອງ​ທັບ​ອາກາດ ​ແລະ ກອງທັບ​ເຮືອ​ສິງກະ​ໂປ ​ໄດ້​ສົ່ງ​ເຮືອບິນ C-130 ສອງ​ລຳ​ເພື່ອ​ເຂົ້າຮ່ວມ​ວຽກ​ງານ​ຊອກ​ຫາ ​ແລະ ກູ້​ໄພ​ກູ້​ຊີບ.

ລັດຖະບານມາເລເຊຍກູ້ຊ່ວຍຜູ້ປະສົບໄພນ້ຳຖ້ວມ

  ຮອດຕອນ​ເຊົ້າວັນ​ທີ 28/12, ນ້ຳຖ້ວມ​ຄັງປະຫວັດສາດ​ພວກ​ເກີດ​ຂຶ້ນ​ຢູ່ 8 ລັດ​ຢູ່​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ມາ​ເລ​ເຊຍ ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 8 ຄົນ​ເສຍ​ຊີວິດ ​ແລະ ​ເຮັດ​ໃຫ້ ປະຊາຊົນ​ເກືອບ 161.000 ຄົນ​ຕ້ອງ​ຍົກຍ້າຍ​ໄປ​ບ່ອນ​ປອດ​ໄພ. ຕໍ່ໜ້າ​ສະພາບ​ດັ່ງກ່າວ​, ທ່ານ​ນາຍົກ​ລັດຖະມົນຕີ​ມາ​ເລ​ເຊຍ Najib Razack ຮຽກຮ້ອງ​ຍູ້​ແຮງ​ການ​ໜູນ​ຊ່ວຍ ປຊຊ ​ແລະ ປາດ​ຖະໜາ​ວ່າ ບັນດາ​ທະນາຄານ ​ແລະ ອົງການ​ການ​ເງິນ, ອົງການ​ຄຸ້ມ​ຄອງ​ທຶນ ພິຈາລະນາ​ການ​ກຳນົດ​ເວລາ​ໃຊ້​ໜີ້​ຂອງ​ລູກ​ຄ້າ ​ເພື່ອ​ຫລຸດຜ່ອນ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຜູ້​ຖືກ​ຜົນ​ສະທ້ອນ​ຈາກໄພ​ນ້ຳຖ້ວມ.

ຂ່າວ/ບົດ​ອື່ນ