ບໍລິສັດຫຼັກຊັບຫວຽດນາມ ຫຼາຍແຫ່ງໄດ້ສ້າງແຜນການເຕີບໂຕຢ່າງແຮງ

(VOVWORLD) -ຕາມບັນດານັກຊ່ຽວຊານແລ້ວ, ຄວາມສາມາດບົ່ມຊ້ອນເພີ່ມລາຄາຂອງຕະຫຼາດຫຼັກຊັບຫວຽດນາມ ໃນປີ 2021 ຍັງໃຫຍ່ຫຼວງຢູ່.
ບໍລິສັດຫຼັກຊັບຫວຽດນາມ ຫຼາຍແຫ່ງໄດ້ສ້າງແຜນການເຕີບໂຕຢ່າງແຮງ - ảnh 1(ພາບປະກອບ: TTXVN)

ເລື່ອງ VN-Index ລື່ນກາຍລະດັບຄາດໝາຍ 1.200 ດັດຊະນີ ພ້ອມກັບບັນດາການຄາດຄະເນຢ່າງຕັ້ງໜ້າກ່ຽວກັບແງ່ຫວັງຕະຫຼາດ, ມີບໍລິສັດຫຼັກຊັບຫຼາຍແຫ່ງໄດ້ສ້າງແຜນການດຳເນີນທຸລະກິດໃນປີ 2021 ຢູ່ໃນລະດັບສູງກວ່າຫຼາຍເມື່ອທຽບໃສ່ປີ 2020. ຕາມບັນດານັກຊ່ຽວຊານແລ້ວ, ຄວາມສາມາດບົ່ມຊ້ອນເພີ່ມລາຄາຂອງຕະຫຼາດຫຼັກຊັບຫວຽດນາມ ໃນປີ 2021 ຍັງໃຫຍ່ຫຼວງຢູ່. ນອກນັ້ນ, ການກຳນົດລາຄາຕະຫຼາດຫຼັກຊັບຫວຽດນາມ ຍັງຕ່ຳຢູ່ເມື່ອທຽບໃສ່ບັນດາປະເທດຢູ່ພາກພື້ນອາຊີ; ແງ່ຫວັງຍົກອັນດັບຈາກຕະຫຼາດໃກ້ຂອບເຂດຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນເປັນຕະຫຼາດພົ້ນເດັ່ນໄດ້ຮັບຖືວ່າແມ່ນບັນດາຈຸດພົ້ນເດັ່ນສຳຄັນເພື່ອດຶງດູດແຫຼ່ງເງິນລົງທຶນຕ່າງປະເທດ. ບັນດາປັດໄຈດັ່ງກ່າວຈະສົ່ງຜົນກະທົບຢ່າງຕັ້ງໜ້າເຖິງຕະຫຼາດຫຼັກຊັບຫວຽດນາມ ກໍ່ຄືການເຄື່ອນໄຫວດຳເນີນທຸລະກິດຂອງບັນດາບໍລິສັດຫຼັກຊັບໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ