ປຸກລະດົມຂະບວນການ“ບຸນເຕັດເພື່ອຄົນທຸກຍາກແລະຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”2015

ປຸກລະດົມຂະບວນການ“ບຸນເຕັດເພື່ອຄົນທຸກຍາກແລະຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”2015 - ảnh 1
(ພາບ​ປະ​ກອບ)

(​vovworld) – ຕອ​ນ​ເຊົ້າ​ວັນ​ທີ 15/12, ຢູ່ ຮ່າ​ໂນ້ຍ, ສູນ​ກາງ​ສະ​ພາ​ກາ​ແດງ ຫວຽດ​ນາມ ຈັດ​ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ຂະ​ບວນ​ການ “ບຸນ​ເຕັດ​ເພື່ອ​ຄົນ​ທຸກ​ຍາກ ​ແລະ​ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ” ລະດູບານໃໝ່ປີມະແມ 2015 . ຂະ​ບວນ​ການ “ບຸນ​ເຕັດ​ເພື່ອ​ຄົນ​ທຸກ​ຍາກ ​ແລະ​ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ” ໂດຍ​ສະ​ພາ​ກາ​ແດງ ຫວຽດ​ນາມ ປຸກ​ລະ​ດົມແຕ່​ປີ 1999. ຜ່ານ 16 ປີ​ແຫ່ງການ​ຜັນ​ຂະ​ຫຍາຍ, ສະ​ມາ​ຄົມທຸກ​ຂັ້ນ​​ໃນ​ທົ່ວ​ປະ​ເທດ​ໄດ້​ລະ​ດົມ​ແຫຼ່ງ​ເງິນ​ກ່​ວາ 3.000 ຕື້​ດົ່ງ, ຊ່ວຍ​ເຫຼືອ​ເກື​ອບ 14 ລ້ານ​ຄອບ​ຄົວ​ທຸກ​ຍາກ ແລະ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ. ໃນ​ປີນີ້, ຂະ​ບວນ​ການ​ລະ​ດົມ​​ຂອງ​ຂວັນ​ໄດ້ 1,7 ລ້ານ​ພູດ, ດ້ວຍຍອດ​ມູນ​ຄ່າ 635 ຕື້​ດົ່ງ. ຂະ​ບວນ​ການ “ບຸນ​ເຕັດ​ເພື່ອ​ຄົນ​ທຸກ​ຍາກ ​ແລະ​ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ” ລະດູບານໃໝ່ປີມະແມ 2015 ໄດ້​ຮັບ​ການ​ປຸກ​ລະ​ດົມ​ດ້ວຍ​ຈຸດ​ໝາຍ​ລະ​ດົມ​​ຂອງ​ຂວັນ​ບຸນ​ເຕັດໃຫ້ໄດ້​ 1 ລ້ານ​ພູດ​ເພື່ອມອບ​ໃຫ້ 1 ລ້ານ​ຄອບ​ຄົວ. ທ່ານ​ນາງ ເຈີ່ນ​ທິ​ຮົ່ງ​ອານ, ຮອງ​ປະ​ທານ​ສູນ​ກາງ​ສະ​ພາ​ກາ​ແດງ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

    “ຂະ​ບ​ວນ​ການບໍ່​ພຽງ​ແຕ່​ຮັບເອົາບັນ​ດາ​ຄຸນ​ຄ່າ​ອັນ​ດີ​ງາມ​ກ່ຽວ​ກັບ​ດ້ານ​ວັດ​ຖຸ​, ມີ​ຄວາມ​ໝາຍ​ທາງ​ສັງ​ຄົມ, ບົດ​ຮຽນ​ໃນ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ບາດ​ກ້າວ​ເຕີບ​ໃຫຍ່​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່, ສົມ​ທົບ​ບັນ​ດາ​ກຳ​ລັງ, ກຳ​ລັງ​ຄວາມ​ສາ​ມາດ​ຂົນ​ຂວາຍ​ສັງ​ຄົມ​ໃນ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ​ອີກ​ດ້ວຍ. ຄຽງ​ຄູ່​ກັນ​ນັ້ນ, ຂະ​ບວນ​ການ​ຍັງ​ແມ່ນ​ການ​ປະ​ກອບ​ສ່ວນ​ຢ່າງແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ຂອງ​ສະ​ພາ​ກາ​ແດງ ຫວຽດ​ນາມ ເຂົ້າໃນການເບິ່ງ​ແຍງ​ດູ​ແລ, ຊ່ວຍ​ເຫຼືອ​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ ແລະ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ໃນ​ປີ 2015 ນີ້.”

ຂ່າວ/ບົດ​ອື່ນ