ປິດ​ໂຮງ​ໝໍ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ ຫ໋າຍ​ຟ່ອງ​ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນອກຈາກວັກຊິນກັນພະຍາດໂຄວິດ - 19 ລວມ 30 ລ້ານໂດສ ຂອງບໍລິສັດ AstraZeneca ເຊິ່ງຫວຽດນາມສັ່ງຊື້ ແລະ 30 ລ້ານ ໂດສ ໂດຍ COVAX ອຸປະຖຳໃນປີ 2021
ປິດ​ໂຮງ​ໝໍ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ ຫ໋າຍ​ຟ່ອງ​ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: IranPress

ຕອນເຊົ້າວັນທີ 22 ກຸມພາ, ນະຄອນຫ໋າຍຟ່ອງ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ 1 ຄົນ. ຜູ້ຕິດເຊື້ອບໍ່ມີອາການຕິດເຊື້ອ, ແມ່ນເພດຍິງ, ເກີດປີ 1995, ທີ່ຢູ່ປະຈຳແມ່ນ ບ້ານ 4, ຕາແສງ ຮ່ວາງດົ້ງ, ເມືອງ ຖຸ໋ຍງວຽນ, ນະຄອນ ຫ໋າຍຝ່ອງ, ປັດຈຸບັນພວມເຮັດວຽກຢູ່ໂຮງໝໍ ຄົມມະນາຄົມ ແລະ ຂົນສົ່ງນະຄອນຫ໋າຍຝ່ອງ. ໂຮງໝໍ ຄົມມະນາຄົມ ແລະ ຂົນສົ່ງ ຫ໋າຍຝ່ອງ (ຢູ່ເມືອງຮົ່ງບ່າງ, ຫ໋າຍຝ່ອງ)ໄດ້ຮັບການປິດລ້ອມເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.ທ່ານ ໂດວຽດຮຶງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ຮົ່ງບາງ, ນະຄອນຫ໋າຍຝ່ອງໃຫ້ຮູ້ວ່າ:

        ຄະນະກຳມະການປະຊາຊົນເມືອງຮົ່ງບ່າງໄດ້ສົມທົບກັບໂຮງໝໍຄົມມະນາຄົມ ແລະ ຂົນສົ່ງ ຫ໋າຍຝ່ອງຢຸດຕິບັນດາການເຄື່ອນໄຫວປິ່ນປົ່ວພະຍາດ, ແຈ້ງອາການສຸຂະພາບໃນຊຸມວັນຜ່ານມາຂອງຄົນເຈັບ ກໍ່ຄືຜູ້ເບິ່ງແບງດູແລ ທີ່ກ່ຽວຂ້ອງໂຮງໝໍ, ດຳເນີນການສິດຢາຂ້າເຊື້ອໃນທົ່ວໂຮງໝໍ.

ໃນເຫດການທີ່ກ່ຽວຂ້ອງ, ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນອກຈາກວັກຊິນກັນພະຍາດໂຄວິດ - 19 ລວມ 30 ລ້ານໂດສ ຂອງບໍລິສັດ AstraZeneca ເຊິ່ງຫວຽດນາມສັ່ງຊື້ ແລະ 30 ລ້ານ ໂດສ ໂດຍ COVAX ອຸປະຖຳໃນປີ 2021, ຖ້າຫາກວ່າຢາກມີວັກຊິນເພື່ອສັກໃຫ້ແກ່ປະຊາຊົນ ໝົດທຸກຄົນ, ຫວຽດນາມຕ້ອງມີວັນຊິນ 150 ລ້ານໂດສໃນປີນີ້.

ດັ່ງນັ້ນໃນອາທິດນີ້, ກະຊວງສາທາລະນະສຸກ ຫວຽດນາມ ຈະສືບຕໍ່ເຈລະຈາເພື່ອສັ່ງຊື້ວັກຊິນກັນພະຍາດໂຄວິດ - 19. ບັນດາບໍລິສັດຜະລິດວັກຊິນເຊິ່ງຫວຽດນາມ ພວມເຈລະຈານັ້ນແມ່ນ ບໍລິສັດຜະລິດວັກຊິນຂອງ ລັດເຊຍ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ