ປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ເບລາຣຸດ

ປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ເບລາຣຸດ - ảnh 1
ປະ​ທາ​ນາ​ຮ​ທິ​ບໍ​ດີ ເບ​ລາ​ຣຸດ Alexander Lukashenko ຕ້ອນ​ຮັບທ່່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ

(vovworld)- ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ປະ​ທາ​ນາ​ຮ​ທິ​ບໍ​ດີ ເບ​ລາ​ຣຸດ Alexander Lukashenko, ທ່່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງໄດ້​ທຳ​ການ​ຢ້ຽມ​ຢາມ ສ.ເບ​ລາ​ຣຸດ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 26-27/11 . ເມື່ອ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ, 2 ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືຶ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ-ເບ​ລາ​ຣຸດ. ຢູ່​ທີ່ນີ້, ທ່່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ເຈ​ລະ​ຈາ​ກັບປະ​ທາ​ນາ​ຮ​ທິ​ບໍ​ດີ ເບ​ລາ​ຣຸດ Alexander Lukashenko, ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເບ​ລາ​ຣຸດ Mikhail Myasnikovich , ປະ​ທານ​ສະ​ພາ ສ​າ​ທາ​ລະ​ນະ​ລັດ A. Rubinov …

   ທີ່​ບັນ​ດາ​ການ​ພົບ​ປະ, 2 ຝ່າຍ​ຢືນ​ຢັນ​ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ-ເບ​ລາ​ຣຸດ. 2 ຝ່າຍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ສັນ​ທະ​ນາ​ດ້ານ​ການ​ເມ​ືອງ​ຢ່າງຕັ້ງ​ໜ້າ​ໃນ​ຂັ້ນ​ຕ່າງໆ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ການ​ພົວ​ພັນ 2 ຝ່າຍ​ກໍ​ຄື​ບັນ​ຫາ​ສາ​ກົນ​ທີ່​ມີ​ຄວາມ​ສົນ​ໃຈ, ຊຸກ​ຍູ້​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊ​າດ, ລັດ​ຖະ​ບານ, ທ້ອງ​ຖິ່ນ….2 ຝ່າຍ​ເຫັນ​ດີ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ-ການ​ຄ້າ, ການ​ລົງ​ທຶນ, ກະ​ສີ​ກຳ, ອຸດ​ສາ​ຫະ​ກຳ​ເບົາ…

      2 ຝ່າຍ​ເຫັນ​ດີ​ຍົກ​ສູງ​ບົດ​ບາດ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ ຫວຽດ​ນາມ-ເບ​ລາ​ຣຸດ  ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ-​ການ​ຄ້າ, ວິ​ທະ​ຍາ​ສາດ-ເຕັກ​ນິກ. 2 ປະ​ເທດ​ພະ​ຍາ​ຍາມ​ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ - ພັນ​ທະ​ພາບ​ພາ​ສີ​ໃນ​ປີ 2014 ເພື່ອຈະ​ລົງ​ນາມ​ໃນຕົ້ນ​ປີ 2015.

   ເບ​ລາ​ຣຸດ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມການ​ແກ້​ໄຂ​ການ​ຂັດ​ແຍ້ງ​ທາງ​ດ້ານ​ເຂດນ້ຳ​ແດນ​ດິນ, ໃນ​ນັ້ນ​ມີ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວີ​ທີ, ກ້າວ​ໄປ​ເຖິງ​ການ​ບັນ​ລຸ COC ໂດຍ​ໄວ. ທາງ​ຝ່າຍ​ຫວຽດ​ນາມ​ຢືນ​ຢັນ ພ້ອມ​ແລ້ວ​ສະ​ໜັບ​ສະ​ໜູນ​ເບ​ລາ​ຣຸດ​ໃນ​ການ​ປັບ​ປຸງ​ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ .

ຂ່າວ/ບົດ​ອື່ນ